ເຈົ້າໜ້າທີຢຶດ ແລະ ທຳລາຍ ສັດປ່າຫວງຫ້າມ ທີ່ລັກລອບຊື້ຂາຍໃນຕະຫຼາດເມືອງຍົມມະລາດ

58

ອາທິດທີ່ຜ່່ານມາ ໜ່ວຍງານກວດກາປ່າໄມ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຍົມມະລາດ ແຂວງຄຳມ່ວນ, ໄດ້ລົງກວດກາຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ໂດຍຜົນການກວດກາໄດ້ພົບເຫັນການລັກລອບຊື້ – ຂາຍສັດປ່າຄຸ້ມຄອງ ແລະ ສັດສະຫງວນທີ່ຜິດຕໍ່ລະບຽບກົດໝາຍສັດນໍ້າ – ສັດປ່າ ຈໍານວນ 13 ໂຕ ມີນ້ຳໜັກລວມທັງໝົດ 9,5 ກິໂລກຼາມ ແລະ ຊີ້ນສ່ວນໂຕແລນ 1,5 ກິໂລ ໃນນັ້ນມີສັດປ່າທີ່ຍັງເປັນຈຳນວນ 3 ໂຕ ນ້ຳໜັກລວມ 5,5 ກິໂລ.

อาจเป็นรูปภาพของ 6 คน และ ข้อความ

ມີລາຍການສັດທີ່ກວດພົບກວດພົບແລນ (ຍັງເປັນ), ກະຮອກ (ຕາຍ) ຈຳນວນ 7 ໂຕ ນ້ຳໜັກ 2 ກິໂລ, ແລະ ກະແຕ  (ຕາຍ) ຈຳນວນ 0,5 ກິໂລ ສ່ວນເຈົ້າຂອງສັດປ່າແມ່ນໄດ້ລົບໜີໄປ  ໂດຍທາງທີມງານເຈົ້າໜ້າທີ່ກວດກາປ່າໄມ້ ກໍ່ໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ນຳມາເກັບຮັກສາໃວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

อาจเป็นรูปภาพของ 6 คน และ ต้นไม้

ຫຼັງຈາກນັ້ນໃນວັນທີ 9 ມິຖຸນາ 2023 ທາງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ຈັດພິທີທຳລາຍ ແລະ ປ່ອຍຄືນສູ່ທຳມະຊາດໂດຍໄດ້ເຊີນບັນດາຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ ເຊິ່ງຊີ້ນສ່ວນສັດທີ່ຕາຍແລ້ວແມ່ນໄດ້ນຳມາທຳລາຍດ້ວຍວິທີການຝັງດິນ ສ່ວນແລນທີ່ຍັງມີຊີວິດຢູ່ນັ້ນ ແມ່ນໄດ້ນຳເອົາໄປປ່ອຍຄືນສູ່ທຳມະຊາດ.

อาจเป็นรูปภาพของ 3 คน, ต้นไม้ และ พื้นหญ้า

ໂດຍ:ຂ່າວສານຄຳມ່ວນ