ຕະຫຼາດທຶນລາວກ້າວໄປອີກຂັ້ນ ບໍລິສັດສຸວັນນີອອກຈຳໜ່າຍຮຸ້ນກູ້ຄັ້ງທຳອິດ

187

ໃນວັນທີ 09 ມິຖຸນາ 2023 ທີ່ຜ່ານມາ ໄດ້ຈັດພິທີເປີດການຊື້-ຂາຍຮຸ້ນກູ້ຄັ້ງທຳອິດ ຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໃນຕະຫຼາດຫຼັກຊັບລາວ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ.

Laos Securities Exchange Archives -

ພິທີໃນຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນສັກຄີພະຍານໂດຍ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ. ພ້ອມກັນນັ້ນກໍມີ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍໃຫຍ່ຕະຫຼາດຫຼັກຊັບລາວ ແລະ ທ່ານ ສົມຈິດ ອິນທະມິດ ປະທານສະພາຜູ້ບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ไม่มีคำอธิบาย

ໂດຍຈຸດປະສົງໃນການຈັດພິທີໃນຄັ້ງນີ້ແມ່ນເພື່ອໃຫ້ບັນດາຫົວໜ່ວຍວິສາຫະກິດ ແລະ ມວນຊົນໄດ້ຮັບຊາບຜົນສໍາເລັດໃນການລະດົມທຶນດ້ວຍການອອກຈໍາໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ພ້ອມນັ້ນ,​ ກໍ່ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ແລະ ການລະດົມທຶນດ້ວຍການອອກຈໍາໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນ ຕະຫຼາດຫຼັກຊັບລາວກໍ່ຄືການພັດທະນາຕະຫຼາດຮຸ້ນກູ້ຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວໄປເທື່ອລະກ້າວ.

ไม่มีคำอธิบาย

ໂດຍອີງໃສ່ຄວາມຮຽກຮ້ອງຂອງທຸລະກິດໃນເງື່ອນໄຂໃໝ່ ແລະ ເພື່ອເສີມສ້າງຄວາມເຕີບໃຫ່ຍ, ເຂັ້ມແຂງ ແລະ ການພັດທະນາແບບຍືນຍົງຂອງທຸລະກີິດ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ໄດ້ລະດົມທຶນດ້ວຍການອອກຈຳໜ່າຍຮຸ້ນກູ້ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນຄັ້ງທໍາອິດ ຊຶ່ງມີມູນຄ່າຮຸ້ນກູ້ 3 ລ້ານໂດລາສະຫະລັດ ຫຼື ປະມານ 51,6 ຕື້ກີບ, ມູນຄ່າກຳນົດ 50 ພັນໂດລາສະຫະລັດ ຕໍ່ໜ່ວຍ, ອັດຕາດອກເບ້ຍ 7,50% ຕໍ່ປີ ແລະ ມີອາຍຸຮຸ້ນກູ້ 4 ປີ. ຊຶ່ງພິທີເປີດການຊື້ ຂາຍຮຸ້ນກູ້ຄັ້ງທຳອິດ ໃນຄັ້ງນີ້ ແມ່ນເປັນຂີດໝາຍອັນສໍາຄັນ ຕໍ່ກັບ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ຕະຫຼາດຫຼັກຊັບລາວ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຮຽກຮ້ອງຕ້ອງການ, ຄວາມເຊື່ອໜັ້ນ ແລະ ທ່າແຮງ ໃນການພັດທະນາຕະຫຼາດຮຸ້ນກູ້ຢູ່ ສປປ ລາວ.

ไม่มีคำอธิบาย

ພິທີເປີດການຊື້ ຂາຍຮຸ້ນກູ້ ຂອງບໍລິສັດ ສຸວັນນີ ໃນຄັ້ງນີ້ ຖືເປັນນິມິດໝາຍອັນສຳຄັນ ແລະ ເປັນໃບໜ້າໃໝ່ໃຫ້ແກ່ ຕະຫຼາດທຶນລາວ ເນື່ອງຈາກ ບໍລິສັດ ສຸວັນນີ ເປັນບໍລິສັດທຳອິດທີ່ສຳເລັດການອອກຈຳໜ່າຍຮຸ້ນກູ້ໃນ ສປປ ລາວ ແລະ ເຂົ້າຈົດທະບຽນໃນ ຕະຫຼາດຫຼັກຊັບລາວ.