ຕະຫຼາດລົດໄຟຟ້າໃນລາວພວມຂະຫຍາຍຕົວ

26

ທ່ານ ກົງເພັດ ແກ້ວມະນີວົງ ຜູ້ອໍານວຍການ ບໍລິສັດ ໂອໂຕ ເອເຊຍ ຈໍາກັດ ກ່າວວ່າ: ພາບລວມຕະຫຼາດລົດໄຟຟ້າ ຫຼື EV ພວມຂະຫຍາຍຕົວ ປະຊາຊົນຫັນມາຊົມໃຊ້ລົດໄຟຟ້າຫຼາຍຂຶ້ນ ເນື່ອງຈາກລາຄານໍ້າມັນທີ່ເພີ່ມຂຶ້ນ, ການໃຊ້ລົດໄຟຟ້າກໍແມ່ນໜຶ່ງໃນວິທີຮັກສາສິ່ງແວດລ້ອມບໍ່ໃຫ້ເກີດມົນລະພິດໃນທ້ອງຖະໜົນ ເຮັດໃຫ້ການນໍາເຂົ້າ ແລະ ບໍລິການລົດໄຟຟ້າໃນຕະຫຼາດລາວມີເພີ່ມຂຶ້ນ ເຫັນໄດ້ຈາກລູກຄ້າທີ່ເຂົ້າມາໂຊລູມ ເຊິ່ງຄໍາຖາມທໍາອິດແມ່ນຕ້ອງການລົດໄຟຟ້າ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນ.
ໃນເບື້ອງຜູ້ໃຫ້ບໍລິການ ຫຼື ຕົວແທນຈໍາໜ່າຍພວກເຮົາ ກໍມີ ຄວາມພະຍາຍາມໃນການນໍາເຂົ້າມາເພື່ອບໍລິການລູກຄ້າ ແລະ ຈໍາໜ່າຍ ເຮັດໃຫ້ລູກຄ້າໄດ້ໃຊ້ລົດທີ່ນໍາໃຊ້ພະລັງງານທີ່ຜະລິດພາຍໃນປະເທດ ຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາຕ່າງປະເທດທີ່ຈະໄປຊື້ນໍ້າມັນເຂົ້າມາ.

ຂ້າພະເຈົ້າກໍຈະນໍາໃຊ້ປະສົບການກ່ຽວກັບທຸລະກິດລົດໃຫຍ່ທີ່ມີມາ 30 ກວ່າປີ ມາບໍລິການລູກຄ້າ ບໍ່ວ່າຈະເປັນການຂາຍ, ການບໍລິການຫຼັງການຂາຍ ແລະ ການບໍລິການອື່ນໆ ເພື່ອຕອບໂຈດໃຫ້ລູກຄ້າມີຄວາມເພິ່ງພໍໃຈ ແລະ ໝັ້ນໃຈສູງສຸດ. ປັດຈຸບັນເຮົາໄດ້ໃຫ້ບໍລິການ 2 ແບຣນດັງ ຄື: Great Wall Motor ແລະ NETA ໃນຕໍ່ໜ້າມີແຜນຈະເພີ່ມແບຣນລົດພະລັງງານສະອາດຂຶ້ນຕື່ມອີກ ເພື່ອເພີ່ມອີກທາງເລືອກໃຫ້ແກ່ລູກຄ້າຢ່າງທົ່ວເຖິງ.


ທ່ານກ່າວວ່າ: ສໍາລັບສະພາບເສັ້ນທາງບາງບ່ອນມັກຈະມີນໍ້າຖ້ວມກະທັນຫັນໃນເວລາທີ່ຝົນຕົກ ຈະມີຜົນກະທົບຕໍ່ລົດໄຟຟ້າ ຫຼື ບໍ່? ທ່ານໃຫ້ຂໍ້ມູນວ່າ ຜູ້ຜະລິດລົດໄຟຟ້າເຂົາເຈົ້າກໍຄໍານຶງເຖິງຈຸດນີ້ຢູ່ແລ້ວ ໄດ້ມີການສຶກສາ ແລະ ທົດລອງກ່ຽວກັບລົດໄຟຟ້າສາມາດລຸຍນໍ້າ ເຊິ່ງປົກກະຕິນໍ້າສູງປະມານເຄິ່ງຂອງກົງລໍ້ ລົດສາມາດຂັບຜ່ານໄດ້ ແຕ່ບໍ່ສາມາດລຸຍໄດ້ດົນ ເປັນໄລຍະບໍ່ເກີນ 20 ນາທີ ເຊິ່ງແຕ່ລະລຸ້ນກໍຈະມີຄ່າ ຂອງມັນວ່າສາມາດປ້ອງກັນໄດ້ໃນລະດັບໃດ.

ສ່ວນລົດຂອງບໍລິສັດຂ້າພະເຈົ້າ ນໍາເຂົ້າມາແບບເປັນທາງການຈະເປັນສະເປັກທີ່ສົ່ງອອກ ໄປຕ່າງປະເທດ. ສະນັ້ນ, ແບັດເຕີຣີ ຈະເປັນແບບທີ່ແຕກຕ່າງທີ່ຂາຍໃນປະເທດຈີນ ຈະເປັນແບັດເຕີຣີຈາກ ບໍລິສັດ ແຄັສເອວ ຜູ້ຜະລິດແບັດເຕີຣີລາຍໃຫຍ່ຂອງໂລກ ມີການທົດສອບຈົນໄດ້ຮັບຕາມມາດຕະຖານສາກົນ.

ນອກຈາກນັ້ນ, ຊື້ລົດຈາກບໍລິສັດທີ່ເປັນຕົວແແທນຈໍາໜ່າຍຢ່າງເປັນທາງການ ຈະມີຜົນດີຫຼາຍຢ່າງຈະໄດ້ຮັບການບໍາລຸງຮັກສາທີ່ຖືກຕ້ອງຕາມສະພາບຂອງປະເທດເຮົາ, ການອັບເດດເພີ່ມ, ອັບເດດລະບົບຕ່າງໆທີ່ມີໃນຕົວລົດ ຕະຫຼອດການໃຊ້ງານ, ຈະມີຟູແບັກອັບທີ່ໃຫ້ບໍລິການຈາກໂຮງງານຕະຫຼອດອາຍຸການໃຊ້ງານ, ຂໍ້ບົກຜ່ອງຕ່າງໆທີ່ຕາມມາຊ້າ ຫຼື ຕອນລົດໝົດຮັບປະກັນກໍຕາມ ບໍລິສັດ ກໍຈະເອີ້ນລົດຄັນດັ່ງກ່າວຄືນມາ ເພື່ອແກ້ໄຂໃຫ້ນີ້ແມ່ນຈຸດດີຂອງການຊື້ຈາກຕົວແທນຈໍາໜ່າຍຢ່າງເປັນທາງການ.

ທ່ານກ່າວວ່າ: ຜູ້ທີ່ໃຊ້ລົດໄຟຟ້າແລ້ວກໍມີຄວາມຮູ້ສຶກຢາກໃຊ້ລົດໄຟຟ້າຕະຫຼອດ ເພາະວ່າບໍ່ໄດ້ຈ່າຍເງິນນໍ້າມັນ, ການບໍາລຸງຮັກສາກໍບໍ່ແພງ, ສະຖານີສາກລົດໄຟຟ້າກໍເລີ່ມຂະຫຍາຍຕົວ. ສ່ວນຫຼາຍສະເພາະປະຊາຊົນລາວແມ່ນສາກຢູ່ເຮືອນເລີຍ ສາມາດສາກຕອນກາງຄືນຢູ່ເຮືອນ ບໍ່ຈໍາເປັນຈະຕ້ອງສາກທຸກໆວັນ ອາດຈະສາກອາທິດລະ 1 ຫາ 2 ເທື່ອເພາະໄລຍະທາງທີ່ເຮົາໃຊ້ວຽກບໍ່ໄດ້ໄກ ຖ້າໃຊ້ໃນການທຽວໄປວຽກທໍາມະດາກໍຍິ່ງປະຢັດພະລັງງານ ບໍ່ຄືຢູ່ຕ່າງປະເທດທີ່ອາໄສຢູ່ຄອນໂດ ຫຼື ອາພັດເມັ້ນ ທີ່ບໍ່ມີບ່ອນສາກສ່ວນຕົວ ເຂົາຕ້ອງມີສະຖານີສາກດ່ວນຈໍານວນຫຼາຍເພື່ອໃຫ້ທັນກັບຜູ້ຊົມໃຊ້.