ຮູ້ຜົນໄວເກີນຄາດ ຊ້າງນ້ອຍ ຖະຫຼົ່ມ ວຽງຈັນ ຂາດລອຍພ້ອມປ້ອງກັນແຊັມ ລາວລີກ 1 ແນ່ນອນແລ້ວ

92

ການແຂ່ງຂັນບານເຕະເປບຊີ ລາວລີກ 1 ລະດູການ 2023 ອາທິດທີ 11 ເມື່ອທ້າຍອາທິດທີ່ຜ່ານມາ ເກີດຜົນເກີນຄາດ ເມື່ອ ຊ້າງນ້ອຍ ເອັຟຊີ ສາມາດຍິງຖະຫຼົ່ມ ວຽງຈັນ ເອັຟຊີ ໄປແບບບໍ່ເຫັນຝຸ່ນ 15-0 ເຊິ່ງເປັນສະກໍທີ່ຂາດລອຍທີ່ສຸດໃນປະຫວັດສາດຂອງການແຂ່ງຂັນບານເຕະລີກສູງສຸດຂອງ ສປປ ລາວ ທີ່ເຄີຍມີມາ. ແນ່ນອນຈາກຜົນດັ່ງກ່າວ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ປ້ອງກັນແຊັມໄດ້ສໍາເລັດ ເນື່ອງຈາກມີຄະແນນໜີຫ່າງອັນດັບ 2 ໄປຂາດລອຍ ຫຼັງຈາກທີ່ ມາສເຕີ 7 ເອັຟຊີ ພາດທ່າເສຍໃຫ້ກັບ ເອສະຣາ ເອັຟຊີ 1-4.

ປັດຈຸບັນ ຊ້າງນ້ອຍ ເອັຟຊີ ລົງສະໜາມ 11 ນັດຊະນະລວດມີ 33 ຄະແນນຄວ້າແຊັມແນ່ນອນແລ້ວ ເນື່ອງຈາກທີມອັນດັບ 2 ມາສເຕີ 7 ເອັຟຊີ ຍັງມີ 22 ຄະແນນ ໄລ່ແນວໃດກໍບໍ່ທັນ ເພາະເຫຼືອການແຂ່ງຂັນພຽງ 3 ນັດ. ຢ່າງໃດກໍຕາມ ມາສເຕີ 7 ເອັຟຊີ ຍັງຕ້ອງໄປລຸ້ນອັນດັບ 2 ກັບ ເອສະຣາ ເອັຟຊີ ທີມີ 20 ຄະແນນ ແລະ ກອງທັບ ເອັຟຊີ ທີ່ມີ 19 ຄະແນນຈາກ 11 ນັດເທົ່າກັນໃນອີກ 3 ນັດທີ່ເຫຼືອ.

ຂະນະທີ່ ອັນດັບ 5 ຍັງເປັນຂອງ ຫຼວງພະບາງ ມີ 10 ຄະແນນ, ອັນດັບ 6 ວຽງຈັນ ເອັຟຊີ ມີ 8 ຄະແນນ, ອັນດັບ 7 ນໍ້າທາ ຢູໄນເຕັດ ແລະ ອັນດັບ 8 ຈໍາປາສັກ ເອັຟຊີ ຈາກການແຂ່ງຂັນ 11 ນັດເທົ່າກັນ.
ຂ່າວ: Larh Cretors ; ຮູບຈາກ: ສຕລ