5 ເດືອນຕົ້ນປີ ການນຳເຂົ້າ – ສົ່ງອອກຂອງຈີນ ເຕີບໂຕ 4,7%

197

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ສຳນັກບໍລິຫານພາສີທົ່ວໄປຂອງຈີນ ລາຍງານວ່າການນໍາເຂົ້າ – ສົ່ງອອກຂອງຈີນ ໃນໄລຍະເດືອນ 1 – 5 ປີ2023 ຂະຫຍາຍຕົວ 4,7% ຢູ່ທີ່ 16,77 ລ້ານໆຢວນ.

ລາຍງານລະບຸວ່າ: ການສົ່ງອອກເພີ່ມຂຶ້ນ 8,1% ເມື່ອທຽບປີຕໍ່ປີ; ຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 0,5% ໃນໄລຍະ 5 ເດືອນຕົ້ນປີນີ້.

ສໍາລັບການຊຳລະເປັນສະກຸນເງິນໂດລາ, ການຄ້າລະ ຫວ່າງປະເທດສູງເຖິງ 2,44 ລ້ານໆໂດລາ ຫຼຸດລົງ 2,8% ເມື່ອທຽບປີຕໍ່ປີ. ຖ້າຫາກນັບສະເພາະເດືອນ 5 ຜ່ານມາ ເພີ່ມຂຶ້ນ 0,5% ເມື່ອທຽບປີຕໍ່ປີ.