ເສືອໂຄ່ງລຸຍໄຟ ຜະລິດຕະພັນລາວ ເພື່ອຄົນລາວ

83

ມີຫຼາຍໆຜະລິດຕະພັນທີ່ຄົນລາວເຮົາເປັນເຈົ້າຂອງ ເຊິ່ງໄດ້ຮັບການສືບທອດພູມປັນຍາບັນພະບຸລຸດ ພັດທະນາເປັນສິນຄ້າສໍາເລັດຮູບ ສ້າງຄວາມສະດວກໃນການພົກພາ, ຮັກສາ ແລະ ບໍລິໂພກ, ໜຶ່ງໃນນັ້ນກໍແມ່ນ “ ເສືອໂຄ່ງລຸຍໄຟ ” ທີ່ຄົນລາວເຮົາຄວນຮູ້, ຄວນຊີມ ແລະ ຄວນສົ່ງເສີມ.

ເສືອໂຄ່ງລຸຍໄຟ ແມ່ນສິນຄ້າສືບທອດພູມປັນຍາທ້ອງຖິ່ນ ທີ່ມີການແປຮູບເປັນຜະລິດຕະພັນສໍາເລັດຮູບ ຍ້ອນເຫັນໄດ້ວ່າໜັງຍໍາຫຼວງພະບາງ ມີ ຄວາມແຊບຢ່າງເປັນເອກະລັກ ແລະ ມີຊື່ສຽງ ຈຶ່ງໄດ້ນໍາມາປະຍຸກ ຜ່ານຂະບວນການທີ່ຖືກຕ້ອງຕາມຫຼັກສຸຂະນາໄມ ຕອບໂຈດຄວາມຕ້ອງການໃນການບໍລິໂພກແບບງ່າຍໆ ແຕ່ຍັງຄົງຮັກສາເອກະລັກໄວ້.


ເສືອໂຄ່ງລຸຍໄຟ ເປັນໜັງແຊບມາໃນແບບກອບ ຫຼື ແຫ້ງ ບັນຈຸຖົງປົກປິດສະໜິດແໜ້ນ ຂະໜາດ 40 ກຣາມ ສາມາດເກັບຮັກສາໄວ້ຮັບປະທານນານເຖິງ 6 ເດືອນ; ສະດວກຕໍ່ການນໍາໄປບໍລິໂພກທາງໄກ, ງ່າຍຕໍ່ການເກັບຮັກສາ ແລະ ບໍ່ເສຍເວລາໃນການຈີ່, ຈືນ ຫຼື ປຸງລົດກ່ອນບໍລິໂພກອີກ; ເໝາະກັບການນໍາເອົາໄປກິນຫຼິ້ນ, ກິນກັບຕໍາ, ແກ້ມຊຸມແຊວ ແລະ ແມ່ນກະທັງກິນຈໍ້າແຈ່ວໝາກເຜັດກັບເຂົ້າໜຽວອຸ່ນໆກໍແຊບດີ. ດ້ວຍສ່ວນປະກອບຫຼັກຂອງຜະລິດຕະພັນທີ່ມີໜັງຄວາຍ, ນໍ້າມັນປາມ ແລະ ເກືອໄອໂອດິນ ຍ່ອມມີຄຸນຄ່າທາງໂພຊະນາການໄດ້ອີກທາງໜຶ່ງ.
ການຮັກສາກໍພຽງແຕ່ເກັບໄວ້ບ່ອນຮົ່ມໃນອຸນຫະພູມປົກກະຕິທົ່ວໄປ ຖືວ່າບໍ່ມີຄວາມຫຍຸ້ງຍາກຫຍັງ ຊື້ໄວ້ແລ້ວຢາກກິນຍາມໃດກໍເອົາມາແກະກິນຕາມຕ້ອງການ.

ນັບວ່າເປັນອີກໜຶ່ງຜະລິດຕະພັນຂອງຄົນລາວ ເພື່ອຄົນລາວ ຕໍ່ຍອດພູມປັນຍາຊາວບ້ານໄດ້ຢ່າງແທດເໝາະກັບຍຸກສະໄໝ ປະກອບສ່ວນສົ່ງເສີມດ້ານລາຍຮັບໃຫ້ກັບຜູ້ນໍາໄປຈໍາໜ່າຍຕໍ່ ແລະ ປະເທດຊາດບ້ານເມືອງຕາມເງື່ອນໄຂ.
ຫາກໃຜສົນໃຈນໍາໄປຈໍາໜ່າຍຕໍ່ ຫຼື ຊື້ໄປບໍລິໂພກແມ່ນສາມາດຊອກຫາໄດ້ຕາມຫ້າງຮ້ານທົ່ວໄປ ເຊິ່ງປັດຈຸບັນມີວາງຈໍາໜ່າຍຕາມສະຖານບໍລິການເຊັ່ນ: ມິນິບິກຊີ, ໂຊກໄຊ ມາກ, ເຈມາກ ແລະ ຮ້ານຄ້າຕ່າງໆ; ຊ່ວຍຊື້ສະໜັບສະໜູນສົ່ງເສີມຜະລິດຕະພັນຂອງຄົນລາວເຮົາ ໂດຍຄົນລາວ ເພື່ອຄົນລາວ ຊຸກຍູ້ເສດຖະກິດພາຍໃນ ຖືເປັນການປະກອບສ່ວນຊ່ວຍຍູ້ເສດຖະກິດຊາດ.
ໂຮງງານຕັ້ງຢູ່ບ້ານໂພນທັນເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.