ຂໍ້ດີຂອງການລົງທຶນໃນອະສັງຫາລິມະຊັບ

97

ການລົງທຶນໃນອະສັງຫາລິມະຊັບ ແມ່ນການລົງທຶນຮູບແບບໜຶ່ງທີ່ໄດ້ຮັບຄວາມນິຍົມຫຼາຍຈາກບັນດານັກລົງທຶນ ເພາະສາມາດສ້າງກະແສລາຍຮັບ ແລະ ກຳໄລ ໄດ້ທັງໃນໄລຍະສັ້ນ ແລະ ໄລຍະຍາວ ຂຶ້ນກັບແຕ່ລະຮູບແບບຂອງການລົງທຶນ.
ເພື່ອເປັນການທຳຄວາມເຂົ້າໃຈໃນການລົງທຶນໃນອະສັງຫາລິມະຊັບເພີ່ມຂຶ້ນ ມື້ນີ້ເຮົາຈະພາມາຮູ້ຈັກກັບຂໍ້ດີທີ່ເຮັດໃຫ້ຫຼາຍຄົນເລືອກເຂົ້າມາລົງທຶນໃນອະສັງຫາລິມະຊັບວ່າມີຫຍັງແດ່:

1. ຜົນຕອບແທນສູງ ສ້າງລາຍໄດ້ຢ່າງຕໍ່ເນື່ອງ: ຖືໄດ້ວ່າເປັນຂໍ້ດີທີ່ສຳຄັນຂອງການລົງທຶນໃນອະສັງຫາທີ່ເຮັດໃຫ້ຫຼາຍຄົນສົນໃຈຢາກຈະເຂົ້າມາລົງທຶນໃນທຸລະກິດນີ້ ຖ້າຫາກລົງທຶນ ແລະ ສາມາດຂາຍໄດ້ຈະສາມາດສ້າງກຳໄລໃຫ້ແກ່ນັກລົງທຶນໄດ້ຢ່າງດີ ຍິ່ງຖ້າອະສັງຫານັ້ນໆຕັ້ງຢູ່ໃນທຳເລທີ່ດີ ການເດີນທາງໄປ – ມາສະດວກ ເຕັມໄປດ້ວຍລະບົບສາທາລະນຸປະໂພກຄົບວົງຈອນ ກໍຈະຍິ່ງເຮັດໃຫ້ໄດ້ຮັບ ຄວາມສົນໃຈ ແລະ ເປັນທີ່ຕ້ອງການ ແລະ ກໍຈະຂາຍໄດ້ໃນລາຄາທີ່ສູງ. ນອກຈາກການລົງທຶນຮູບແບບນີ້ແລ້ວ ການປ່ອຍໃຫ້ເຊົ່າ, ເຮັດຕະຫຼາດນັດ, ໂຮງແຮມ, ຕຶກອາຄານຫ້ອງເຊົ່າຕ່າງໆ ກໍຈະຍິ່ງເຮັດໃຫ້ນັກລົງທຶນໄດ້ຮັບຜົນຕອບແທນໄລຍະຍາວ ແລະ ກໍຈະນຳມາເຊິ່ງລາຍໄດ້ແບບລາຍເດືອນ ແລະ ປີ ເຮັດໃຫ້ສະພາບຄ່ອງທາງການເງິນມີທ່າອ່ຽງທີ່ດີຂຶ້ນ ເນື່ອງຈາກມີຊ່ອງທາງລາຍໄດ້ເພີ່ມຂຶ້ນ.


2. ຄວາມຜັນຜວນຂ້ອນຂ້າງຕ່ຳ: ເພາະວ່າທຸກໆການລົງທຶນແມ່ນມີຄວາມສ່ຽງເຊັ່ນດຽວກັບການລົງທຶນໃນອະສັງຫາ ແຕ່ເຖິງຢ່າງໃດກໍຕາມ ການລົງທຶນຮູບແບບນີ້ກໍມີຂໍ້ໄດ້ປຽບ ກໍຄືນັກລົງທຶນບໍ່ຕ້ອງກັງວົງກັບຄ່າຄວາມຜັນຜວນຫຼາຍ ເນື່ອງຈາກການລົງທຶນໃນອະສັງຫາແມ່ນມີຄວາມຜັນຜວນຕ່ຳ ລາຄາຂອງອະສັງຫາແມ່ນບໍ່ໄດ້ມີການປ່ຽນແປງແບບລາຍວັນ ຫຼື ອາທິດ ຄືກັບຄ່າຂອງເງິນ ແລະ ຄຳ ແຕ່ກັບຕ້ອງໃຊ້ເວລາເປັນປີໆ ເຮັດໃຫ້ນັກລົງທຶນໝັ້ນໃຈໄດ້ໃນລະດັບໜຶ່ງວ່າເງິນລົງທຶນຈະຍັງບໍ່ເສຍໄປໃສ ສິ່ງສຳຄັນແມ່ນຕ້ອງສຶກສາໃຫ້ດີເສຍກ່ອນວ່າ ອະສັງຫາທີ່ເລືອກລົງທຶນນັ້ນສາມາດເພີ່ມມູນຄ່າໄດ້ ແລະ ເປັນທີ່ຕ້ອງການຂອງຕະຫຼາດໃນອະນາຄົດຫຼາຍໜ້ອຍພຽງໃດ.

3. ການກະຈາຍລາຍໄດ້ ກະຈາຍການລົງທຶນ: ການລົງທຶນຖືວ່າເປັນການອອມເງິນຊະນິດໜຶ່ງ ເນື່ອງຈາກເປັນວິທີທີ່ເຮັດໃຫ້ເງິນງອກເງີຍອອກດອກອອກຜົນ ຫຼາຍຄົນທີ່ມີເງິນລົງທຶນຫຼາຍ ຈຶ່ງໃຫ້ຄວາມສຳຄັນໃນການລົງທຶນອະສັງຫາ ຄຽງຄູ່ກັບການລົງທຶນໃນຮູບແບບອື່ນໆ ເຊັ່ນລົງທຶນໃນຮຸ້ນ, ຄຳ ເຊິ່ງການທີ່ເຮັດແບບນີ້ຈະຊ່ວຍກະຈາຍ ຄວາມສ່ຽງ.

4. ບໍ່ຈຳເປັນຕ້ອງໃຊ້ເງິນຕົນເອງລົງທຶນທັງໝົດ: ເຖິງແມ່ນວ່າການລົງທຶນໃນອະສັງຫາຈະເປັນການລົງທຶນທີ່ໃຊ້ເງິນທຶນຫຼາຍ ເພາະວ່າອະສັງຫາລິມະຊັບບໍ່ວ່າຈະເປັນເຮືອນ ຫຼື ທີ່ດິນ ຕ່າງກໍເປັນຊັບສິນທີ່ມີມູນຄ່າສູງ ແຕ່ຂໍ້ໄດ້ປຽບຂອງການລົງທຶນແບບນີ້ຄືບໍ່ຈຳເປັນຕ້ອງໃຊ້ເງິນຂອງຕົນເອງທັງໝົດ ເນື່ອງຈາກສາມາດກູ້ຢືມເງິນຈາກທະນາຄານມາລົງທຶນໄດ້ ເຊິ່ງໂອກາດທີ່ສະຖາບັນການເງິນຈະໃຫ້ກູ້ຢືມກໍມີສູງ ທັງນີ້ກໍຂຶ້ນຢູ່ກັບການພິຈາລະນາຂອງສະຖາບັນການເງິນ ແລະ ຄວາມໜ້າເຊື່ອຖືຂອງຜູ້ກູ້ ຈຶ່ງເຮັດໃຫ້ນັກລົງທຶນບໍ່ຈຳເປັນຕ້ອງນຳໃຊ້ເງິນຂອງຕົວເອງທັງໝົດ.