ເຊັນສັນຍາ ການຈັດຊື້ນໍ້າມັນເຊື້ອໄຟຮັບໃຊ້ກອງທັບ ປະຈໍາປີ 2023

195

ເມື່ອບໍ່ດົນມນີ້, ກົມໃຫຍ່ພະລາທິການກອງທັບ ຈັດພິທີເຊັນສັນຍາການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟກອງທັບ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດ ວິສະຫະກິດນໍ້າເຊື້ອໄຟວຽງຈັນ ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນກະຊວງປ້ອງກັນປະເທດ ສະບັບເລກທີ 2343/ກປທ, ລົງວັນທີ 10 ເມສາ 2023 ວ່າດ້ວຍການມອບສິດໃຫ້ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ, ຈັດຊື້ນໍ້າມັນເຊື້ອໄຟໃຫ້ກອງທັບປະຈໍາປີ 2023, ເພື່ອປະຕິບັດຕາມໜ້າທີ່, ພາລະບົດບາດຂອງຄະນະຈັດຊື້, ຈັດຈ້າງ ແລະ ຄວາມສໍາເລັດໃນໜ້າທີ່ການເມືອງໃນໄລຍະໃໝ່.

May be an image of 7 people and text

ຈຸດປະສົງຂອງສັນຍາເພື່ອຈັດຊື້ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວຽກງານປ້ອງກັນຊາດ, ເຊິ່ງການເຊັນສັນຍາຮ່ວມກັນ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນໃນຄັ້ງນີ້ ໂດຍປະຕິບັດຕາມແຜນແບ່ງປັນງົບປະມານຈັດຊື້, ຈັດຈ້າງປະຈຳປີ 2023 ແລະ ລາຍລະອຽດຂອງສັນຍາທັງສອງຝ່າຍໄດ້ພ້ອມກັນສ້າງຂຶ້ນດ້ວຍຄວາມເປັນເອກະພາບກັນຊື້-ຂາຍນໍ້າມັນເຊື້ອໄຟຮ່ວມກັນ ພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ແກ່ການຈັດຊື້, ຈັດຈ້າງນໍ້າມັນເຊື້ອໄຟຂອງກອງທັບ ປີ 2023 ໃຫ້ສໍາເລັດຕາມແຜນການທີ່ວາງໄວ້.

May be an image of 7 people and text

ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້, ຈັດຈ້າງຂອງກົມໃຫຍ່ພະລາທິການ ໄດ້ເນັ້ນໃຫ້ທັງສອງຝ່າຍທີ່ເຊັນສັນຍາຮ່ວມກັນໃນຄັ້ງນີ້, ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍຄື ຂອດການຈັດຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຫລື ວິຊາການຜູ້ຮັບຜິດຊອບວຽກງານນໍ້າມັນເຊື້ອໄຟ ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດ ກາຢ່າງເຂັ້ມງວດ ໂດຍສະເພາະການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບກັບຂັ້ນເທິງ ເພື່ອສະຫລຸບບັນຊີລາຍງານຢ່າງເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຕົວຈິງຂອງກົມກອງ, ປະສານສົມທົບກັນແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ແລະ ທັນເວລາ ເຮັດໃຫ້ງົບປະມານຈັດຊື້ນໍ້າມັນເຊື້ອໄຟກອງທັບປະຈໍາປີ 2023 ໃນຄັ້ງນີ້, ໃຫ້ຄົບຖ້ວນດ້ານຈໍານວນ, ມີຄຸນນະພາບຕາມມາດຖານຂອງ ສປປ ລາວ.

ຂ່າວ: ສຸກສະຫວັດ
ຂໍ້ມູນ: ຄໍາປະສົງ ລາດຊະວົງ.