ເຂົ້າສານອັດແຫ້ງ (ເຂົ້າກ້ອງຍອດຊໍາ)

39

ເປັນວິທີຮັກສາເຂົ້າສານແບບໄວ້ກິນດົນ ແລະ ຄົງຮັກສາລົດຊາດ, ກິ່ນຫອມ ພ້ອມດ້ວຍຄຸນຄ່າທາງອາຫານໄດ້ຢ່າງດີ ດ້ວຍວິທີງ່າຍໆຄືການອັດແຫ້ງນີ້ເອງ. ກໍດັ່ງທີ່ຫຼາຍຄົນຮູ້ເຂົ້າສານທາງພາກເໜືອເປັນທີ່ນິຍົມຂອງຕະຫຼາດ ທັງພາຍໃນ ແລະ ຕ່າງປະ ເທດ ແຕ່ການເກັບໄວ້ໃສ່ກະເປົາ ຫຼື ກະຖົງໃນແບບເກົ່າກໍຮັກສາໄວ້ບໍ່ໄດ້ດົນພໍເທົ່າໃດ ແລະ ຍັງພົກພາຂ້ອນຂ້າງຍາກ ສະນັ້ນ, ທາງບໍລິສັດຜູ້ຈໍາໜ່າຍຈິ່ງຫາວິທີໃນການອໍານວຍຄວາມສະດວກຕໍ່ການຊື້-ຂາຍໂດຍສະເພາະແມ່ນການເກັບຮັກສາ ແລະ ການພົກພາ.
ເຂົ້າອັດແຫ້ງ ຫຼື ເຂົ້າກ້ອງຈິ່ງກາຍເປັນທາງເລືອກທີ່ໄດ້ຮັບຄວາມນິຍົມໃນທີ່ສຸດ ເຊິ່ງປັດຈຸບັນທາງບໍລິສັດ ຍອດຊໍາ ກໍໄດ້ມີຫຼາຍຜະລິດຕະພັນເພີ່ມຂຶ້ນເພື່ອຕອບສະໜອງ ຄວາມຕ້ອງການຂອງຜູ້ບໍລິໂພກໃນແບບທີ່ຫຼາຍຄົນຫຼາຍຄວາມຕ້ອງການ.


ເຂົ້າກ້ອງຍອດຊໍາ ເປັນຜະລິດພັນຂອງຜູ້ປະກອບການຄົນຊໍາເໜືອ ແຂວງຫົວພັນ ເຊິ່ງມີວາງຈໍາໜ່າຍທັງຢູ່ພາຍໃນແຂວງ ແລະ ຕ່າງແຂວງ ພ້ອມມີວາງຂາຍຕາມງານວາງສະແດງຕ່າງໆ ເຮັດໃຫ້ຫຼາຍຄົນສາມາດຊອກຊື້ໄປບໍລິໂພກໄດ້ບໍ່ຍາກ.
ຜະລິດຕະພັນເຂົ້າສານອັດແຫ້ງນີ້ ສາມາດເກັບຮັກສາໄດ້ຫຼາຍເດືອນ ດ້ວຍການເອົາໄວ້ບ່ອນຮົ່ມປາສາຈາກແສງແດດກ້າ ແລະ ບໍ່ໃຫ້ຖືກນໍ້າ. ສ່ວນການນໍາໄປບໍລິໂພກກໍເໝືອນກັບເຂົ້າສານທົ່ວໆໄປໂດຍໃຊ້ຮູບແບບການໜຶ້ງ ຫຼື ການຫຸງ.

ເຂົ້າກ້ອງຍອດຊໍາ ນໍາ ຄວາມສະດວກສະບາຍໃນການພົກພາໄປກິນຢູ່ນາຢູ່ສວນ ຫຼື ສະຖານທີ່ໃດກໍໄດ້ ແມ່ນກະທັງຊື້ໄວ້ກິນຢູ່ບ້ານເຮືອນໂດຍບໍ່ຕ້ອງກັງວົນຈະຕົກໂໝກ, ໝົດຄຸນ ຫຼື ຈະຖືກມອດເຈາະໄດ້ງ່າຍໆ ເພາະເປັນເຂົ້າອັດແຫ້ງທີ່ໄດ້ມາດຕະຖານ ສະສົມຄຸນຄ່າທາງໂພຊະນາການໄດ້ຢ່າງດີທີ່ອຸດົມສົມ ບູນໄປດ້ວຍ: ທາດກາລໍຣີ, ໄຂມັນອີ່ມຕົວ, ໂຊດຽມ, ຄາໂບໄຮເດຣດ, ໃຍອາຫານ ແລະ ອື່ນໆ ເໝືອນກັບເຂົ້າສານທົ່ວໆໄປ.

ຜະລິດຕະພັນລາວ ຄົນລາວເປັນເຈົ້າຂອງ ຫາກໄດ້ຮັບການອຸດໜູນສົ່ງເສີມທີ່ດີ ກໍຍ່ອມຈະສົ່ງຜົນດີຕໍ່ສັງຄົມໄປຄຽງຄູ່ກັນ ນອກຈາກຊ່ວຍສ້າງທາງດ້ານລາຍຮັບໃຫ້ກັບຜູ້ປະກອບການແລ້ວ, ຍັງຊ່ວຍສ້າງວຽກເຮັດງານທໍາ ແລະ ທີ່ສໍາຄັນແມ່ນນໍາມາໃຫ້ເກີດການໝູນວຽກຂອງເງິນພາຍໃນປະເທດບໍ່ເກີດການຮົ່ວໄຫຼໄປສູ່ຕ່າງແດນ.