ບໍ່ຈຳກັດອີກຕໍ່ໄປ ນາງງາມຈັກກະວານ ແຕ່ງງານມີລູກແລ້ວ, ເປັນໝ້າຍ ຢ່າຮ້າງກໍ່ສະໝັກໄດ້

53

ການປະກາດ ນາງງາມຈັກກະວານ ຫຼື ມິສຢູນີເວີດປີ 2023 ເລີ່ມຕົ້ນຂຶ້ນແລ້ວ ແລະປີນີ້ມາໃໝ່ມາແປກ ແບບເປີດກວ້າງບໍ່ຈຳກັດວ່າຕ້ອງເປັນສາວໂສດ ຈຳກັດຢ່າງດຽວອາຍຸຕ້ອງຢູ່ລະຫວ່າງ 18-28 ປີ ບໍ່ວ່າຍິງຄົນນັ້ນຈະແຕ່ງງານມີລູກ, ເປັນໝ້າຍ, ຫຼື ຢ່າຮ້າງແລ້ວກໍ່ສະໝັກໄດ້ທັງນັ້ນ ຂໍພຽງມີຄວາມໝັ້ນໃຈ ມີຝັນ ແລະເປົ້າໝາຍທີ່ຊັດເຈນ ທ່ານກໍ່ເປັນຄົນໜຶ່ງທີ່ຈະໄດ້ສວມມຸງກຸດຈັກກະວານ.

May be an image of 8 people, people standing and indoor

ຕາມຂໍ້ມູນເປີດເຜີຍໃນພິທີຖະແຫຼງຂ່າວໂຄງການປະກວດ Miss Universe Laos ແລະ Mister Universe Laos 2023 ມີຂື້ນໃນວັນທີ 18ມີນາ2023ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍມີຫຼາກຫຼາຍພາກສ່ວນເຂົ້າຮ່ວມ ໂດຍສະເພາະກໍ່ແມ່ນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານ ແລະ ຜູ້ບໍລິຫານໂຄງການ ພ້ອມນາງງາມຈັກກະວານລາວ 4ທ່ານ ບໍ່ວ່າຈະເປັນ ຄຣິດຕິນ່າ ລາສະສິມມາ Miss Universe Laos 2020, ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021, ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ແລະ ທີ່ຂາດບໍ່ໄດ້ຜູ້ສ້າງປະຫວັດສາດໃໝ່ໃຫ້ກັບວົງການນາງງາມລາວ ນັ້ນກໍຄື ປ່າເຢັ້ງຊາ ລໍ່ Top 16 Miss Universe 2022 ນັ້ນເອງ ແລະ ພ້ອມນີ້ກໍຍັງມີບຸກຄົນໃນວົງການບັນເທີງທັງຈາກລາວ ແລະ ໄທພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນນັ້ນເອງ.

May be an image of 7 people, people standing and indoor

ໃນໂອກາດນີ້ປະທານໂຄງການປະກວດ ທ່ານ ເທບມະຫາວິໄຊ ໄຊທິລາດ ຫຼື ອ້າຍຕ້າ ເອເແພັກໄດ້ໃຫ້ຮູ້ວ່າ: ສໍາລັບປີນີ້ການປະກວດ Miss Universe Laos2023ແມ່ນເປີດກວ້າງທີ່ສຸດໃຫ້ກັບສາວໆ ເນື່ອງຈາກວ່າບໍ່ໄດ້ຈໍາກັດສໍາລັບຜູ້ຍິງທີ່ແຕ່ງງານ, ມີລູກ, ໝັ້ນໝາຍ ຫຼື ຢ່າຮ້າງ ກໍ່ສາມາດປະກວດໄດ້ ແຕ່ຕ້ອງເປັນສາວງາມສັນຊາດລາວ ອາຍຸ 18-28ປີ ບໍລິບູນ, ສ່ວນສູງ 160cm ຂື້ນໄປ.

May be a closeup of 2 people and people standing

ສຳລັບຜູ້ທີ່ມີຄວາມໝັ້ນໃຈໃນໂຕເອງ ແລະມີຝັນຢາກເປັນນາງງາມ ສາມາດສະໝັກໄດ້ແລ້ວມື້ນີ້ ຈົນເຖິງ 04 ພຶດສະພາ 2023 ນີ້, ໂອກາດດີໆແບບນີ້ບໍ່ໄດ້ມີມາຕະຫຼອດ ສາວໆທີ່ມີຄວາມໝັ້ນໃຈຢ່າລືມ ໂຊສັກກະຍະພາບຂອງທ່ານອອກມາ ອັນສຳຄັນເປົ້າໝາຍໃນຊີວິດທີ່ຊັດເຈນ ຄືດັ່ງທ່ານປະທານໂຄງການມິສຢູນີເວີດ ແອນຈັກກະພົງເຄີຍກ່າວໄວ້ ຢາກໃຫ້ຕົວແທນຈາກເວທີນີ້ ເປັນຜູ້ສາມາດສັກກາຍະພາບຂອງຕົນເພື່ອປ່ຽນແປງສັງຄົມ.

May be an image of 1 person

ສໍາລັບລາງວັນຂອງການປະກວດ Miss Universe Laos2023ປີນີ້ແມ່ນສູງເຖິງ 150ລ້ານກີບ ພ້ອມມຸງກຸດເພັດ, ສາຍສະພາຍ ແລະ ເງິນລາງວັນຈາກຜູ້ສະໜັບສະໜູນຢ່າງຫຼາກຫຼາຍອີກດ້ວຍ.

May be an image of 5 people, people sitting and people standing