3 ສາເຫດທີ່ສົ່ງຜົນຕໍ່ການເໜັງຕີງຂອງຄ່າເງິນ

49

ເຊື່ອວ່າຫຼາຍຄົນຄົງຈະມີ ຄວາມກັງວົນ ເນື່ອງຈາກວ່າ ໃນປັດຈຸບັນທີ່ຄ່າເງິນກີບມີການເໜັງຕີງຂຶ້ນລົງຢູ່ເລື້ອຍໆ ແລະ ຢູ່ໃນທິດທາງທີ່ອ່ອນຄ່າລົງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຫຼາຍ ເນື່ອງຈາກມັນໄດ້ສົ່ງຜົນໃຫ້ສິນຄ້າອຸປະໂພກ – ບໍລິໂພກທີ່ຊົມໃຊ້ໃນຊີວິດປະຈຳວັນມີລາຄາທີ່ສູງຂຶ້ນ ເຮັດໃຫ້ເຮົາຕ້ອງໃຊ້ເງິນໃນການຊື້ – ຂາຍສິ່ງຕ່າງໆຫຼາຍຂຶ້ນ. ດັ່ງນັ້ນແລ້ວທຸກຄົນຄົງສົງໄສວ່າ ເປັນຫຍັງຄ່າເງິນກີບຈຶ່ງອ່ອນລົງ ແລະ ມັນເກີດຈາກຫຍັງ. ມື້ນີ້ໃນຄໍລໍາການເງິນການ – ລົງທຶນ ເຮົາຈະພາທຸກຄົນມາຮູ້ເຖິງ 3 ສາເຫດຫຼັກທີ່ສົ່ງຜົນຕໍ່ການເໜັງຕີງຂອງຄ່າເງິນກັນ:

1. ການຄ້າລະຫວ່າງປະເທດ ຖ້າປະເທດເຮົາສົ່ງອອກສິນຄ້າ ແລະ ການບໍລິການ ຫຼາຍກວ່ານຳເຂົ້າ ( ເກີນດຸນການຄ້າ ) ປະເທດກໍຈະມີເງິນຕາຕ່າງປະເທດຫຼາຍຂຶ້ນ ແລະ ເງິນຈາກຕ່າງປະເທດກໍຈະຖືກແລກເປັນສະກຸນເງິນພາຍໃນ ສົ່ງຜົນໃຫ້ຄວາມຕ້ອງການສະກູນເງິນພາຍໃນປະເທດເພີ່ມສູງຂຶ້ນ ແລະ ເຮັດໃຫ້ສະກຸນເງິນດັ່ງກ່າວແຂງຄ່າຂຶ້ນ; ໃນທາງກົງກັນຂ້າມ ຖ້ານຳເຂົ້າສິນຄ້າ ແລະ ບໍລິການຫຼາຍ ກວ່າສົ່ງອອກ ( ຂາດດຸນການຄ້າ ) ເງິນກໍຈະຍ້າຍອອກຈາກປະເທດ ສະກຸນເງິນພາຍໃນກໍຈະຖືກແລກເປັນສະກຸນເງິນຕ່າງປະເທດ ເຮັດໃຫ້ຄວາມຕ້ອງການສະກຸນເງິນພາຍໃນຫຼຸດລົງ ແລະ ສົ່ງຜົນເຮັດໃຫ້ສະກຸນເງິນດັ່ງກ່າວອ່ອນຄ່າລົງ.
2. ນະໂຍບາຍຂອງທະນາຄານກາງ ທະນາຄານກາງແມ່ນມີໜ້າທີ່ໃນການຄວບຄຸມປະລິມານເງິນໃຫ້ເໝາະສົມກັບປັດໄຈທາງດ້ານເສດຖະກິດຕ່າງໆ ໂດຍເຄື່ອງມືທີ່ເອີ້ນວ່ານະໂຍບາຍທາງການເງິນ ເຊິ່ງປະກອບມີຄື:

1). ການຫຼຸດ ແລະ ເພີ່ມອັດຕາດອກເບ້ຍ ການຫຼຸດອັດຕາດອກເບ້ຍນະໂຍບາຍ ກໍຄືເມື່ອອັດຕາດອກເບ້ຍອ້າງອີງຫຼຸດລົງ ກໍຈະເຮັດໃຫ້ອັດຕາດອກເບ້ຍເງິນກູ້ ແລະ ຝາກຂອງທະນາຄານທຸລະກິດຕ່າງໆປັບຕົວລົງ ກໍຈະເຮັດໃຫ້ເງິນໃນລະບົບເພີ່ມຂຶ້ນ ສົ່ງຜົນໃຫ້ຄ່າເງິນອ່ອນລົງ; ໃນທາງກັບກັນເມື່ອເພີ່ມອັດຕາດອກເບ້ຍນະໂຍບາຍ ກໍຈະເຮັດໃຫ້ດອກເບ້ຍອ້າງອີງເພີ່ມຂຶ້ນ ສົ່ງຜົນໃຫ້ອັດຕາດອກເບ້ຍເງິນກູ້ ແລະ ຝາກຂອງທະນາຄານທຸລະກິດຕ່າງໆປັບຕົວຂຶ້ນ ກໍຈະເຮັດໃຫ້ເງິນໃນລະບົບຫຼຸດລົງສົ່ງຜົນໃຫ້ຄ່າເງິນແຂງຂຶ້ນ.


2). ການເພີ່ມ ແລະ ຫຼຸດສັດສ່ວນເງິນຄັງສຳຮອງຂອງທະນາຄານທຸລະກິດ ການເພີ່ມສັດສ່ວນເງິນຄັງສຳຮອງຂອງທະນາຄານທຸລະກິດແມ່ນຈະສົ່ງຜົນໃຫ້ທະນາຄານທຸລະກິດຕ່າງໆຈຳຕ້ອງໄດ້ເພີ່ມສັດສ່ວນຂອງເງິນສຳຮອງເພີ່ມຂຶ້ນ ເຮັດໃຫ້ເງິນທີ່ຈະນຳໄປປ່ອຍກູ້ຫຼຸດລົງ ເຮັດໃຫ້ເງິນໃນລະບົບຫຼຸດລົງ ສົ່ງຜົນເຮັດໃຫ້ຄ່າເງິນແຂງຄ່າຂຶ້ນ ເນື່ອງຈາກຄວາມຕ້ອງການເພີ່ມສູງຂຶ້ນໃນທາງກັບກັນ ເມື່ອຫຼຸດສັດສ່ວນເງິນຄັງສຳຮອງຂອງທະນາຄານທຸລະກິດລົງ ແມ່ນຈະສົ່ງຜົນໃຫ້ທະນາຄານທຸລະກິດຕ່າງໆສາມາດນຳເງິນໄປປ່ອຍກູ້ໄດ້ເພີ່ມຂຶ້ນ ເຮັດໃຫ້ເງິນໃນລະບົບເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ຄ່າເງິນອ່ອນລົງ.

3). ການຂາຍພັນທະບັດລັດຖະບານ ເມື່ອເກີດເຫດການເງິນເຟີ້ເປັນຜົນເຮັດໃຫ້ຄ່າຂອງເງິນຫຼຸດລົງ ເນື່ອງຈາກມີເງິນຢູ່ໃນລະບົບຫຼາຍເກີນໄປ ກໍຈະມີການຂາຍພັນທະບັດລັດຖະບານ ໂດຍມີຈຸດປະສົງເພື່ອຫຼຸດເງິນໃນລະບົບລົງ ກໍຈະສົ່ງຜົນໃຫ້ຄ່າເງິນແຂງຄ່າຂຶ້ນ.
3. ເຫດການພາຍໃນປະເທດ ແລະ ປັດໄຈລະຫວ່າງປະເທດ ເຫດການພາຍໃນປະເທດ ເຊັ່ນ: ເຫດການທາງດ້ານການເມືອງ, ຄວາມໝັ້ນຄົງ ຕ່າງໆກໍເປັນປະເດັນທີ່ກະທົບຕໍ່ຄວາມຕ້ອງການສະກຸນເງິນຂອງປະເທດນັ້ນໆ ພ້ອມທັງການເມືອງລະຫວ່າງປະເທດ ກໍມີສ່ວນສົ່ງຜົນກະທົບເຊັ່ນກັນ. ຕົວຢ່າງເຊັ່ນ ສະຫະປະຊາຊາດມີມະຕິຂວໍ້າບາດການນຳເຂົ້າສິນຄ້າຂອງປະເທດໃດໜຶ່ງ ກໍຈະສົ່ງຜົນໃຫ້ການສົ່ງອອກສິນຄ້າຫຼຸດລົງ ສົງຜົນໃຫ້ຄ່າເງິນອ່ອນລົງ.

ເຖິງຢ່າງໃດກໍຕາມ, ປັດໄຈທີ່ຍົກຂຶ້ນມານີ້ກໍລ້ວນແລ້ວແຕ່ເປັນປັດໄຈຫຼັກທີ່ສາມາດນຳໄປພິຈາລະນາທ່າອ່ຽງຂອງຄ່າເງິນໄດ້ ເຊິ່ງໃນຄວາມເປັນຈິງອາດມີຫຼາຍປັດໄຈເກີດຂຶ້ນໃນເວລາດຽວກັນ ຂຶ້ນຢູ່ກັບວ່າປັດໄຈໃດມີອິດທິພົນຫຼາຍທີ່ສຸດກໍຈະເປັນສິ່ງທີ່ກຳນົດອັດຕາແລກປ່ຽນໃນໄລຍະນັ້ນ.