ຍອດຊາຜົ້ງສາລີ

58

ເຄີຍຍິນແຕ່ເຂົາຊ່າລືກັນວ່າ ແຂວງຜົ້ງສາລີມີຕົ້ນຊາທໍາມະຊາດ ອາຍຸຫຼາຍຮ້ອຍປີ ມາດຽວນີ້ກໍໄດ້ເຫັນຜະລິດຕະພັນກ່ຽວກັບຊາ ຈາກດິນແດນຜົ້ງສາລີ ຍິ່ງເພີ່ມທະວີຄວາມສົນໃຈຢາກໄປຮອດໄປເຫັນດ້ວຍຕົນເອງ.
ບໍ່ໄດ້ໄປບໍ່ວ່າກັນ ເຮົາມາຮູ້ຈັກກັບຜະລິດຕະພັນ ຍອດຊາຜົ້ງສາລີ ກັນດີກວ່າ ມັນເປັນຊາແບບໃດ,ເລີ່ມຜະລິດປີໃດ, ມີຂັ້ນຕອນການດື່ມຢ່າງຖືກວິທີແນວໃດ ແລະ ຄວນເກັບຮັກສາຈັ່ງໃດຈິ່ງຈະໄດ້ໄວ້ດື່ມ ດົນໆຕາມອາຍຸການທີ່ເໝາະສົມຂອງຊາ ພ້ອມຄົງຮັກສາດ້ານລົດຊາດໄດ້ຢ່າງດີ?.

ຄວາມຈິງແລ້ວ ຊາຜົ້ງສາລີ ນອກຈາກເກີດມີມາໂດຍທໍາມະຊາດ ແລະ ເຕີບໃຫຍ່ຄົງທົນຫຼາຍຮ້ອຍປີມາ; ປັດຈຸບັນ ປະຊາຊົນກໍໄດ້ນໍາມາປູກ ແລະ ດູແລຮັກສາເປັນສວນຊາໄວ້ຄັກແນ່ ເພື່ອໃຫ້ເປັນວັດຖຸດິບຕອບສະໜອງຕໍ່ການຜະລິດ ຫຼື ແປຮູບເປັນສິນຄ້າໄດ້ຢ່າງພຽງພໍ. ແນ່ນອນວ່າ ສວນຊາເຫຼົ່ານັ້ນ ແມ່ນມີການດູແລ ແລະ ໃຫ້ຕົ້ນຊາເຕີບໃຫຍ່ໃນແບບຂອງທໍາມະຊາດ ເຊິ່ງດ້ວຍພູມສັນຖານດິນແດນພູດອຍປະກອບກັບພູມອາກາດເຢືອກເຢັນ ຍ່ອມສົ່ງຜົນຕໍ່ຊັບພະຄຸນ ແລະ ລົດຊາດຂອງຊາ.


ໃບຊາໃນເມື່ອກ່ອນປະຊາຊົນ ພຽງເກັບເອົາມາຕາກໄວ້ ເພື່ອແຊ່ດື່ມພາຍໃນຄອບຄົວ ແລະ ຕ້ອນຮັບແຂກທີ່ຢ້ຽມຢາມ ແຕ່ຕໍ່ມາກະແສສັງຄົມກໍໄດ້ໃຫ້ຄວາມສົນໃຈກັນຫຼາຍຂຶ້ນ ປະກອບກັບແນວທາງນະໂຍບາຍຂອງລັດຖະບານໃຫ້ມີສິນຄ້າຫຼາກຫຼາຍໃນສັງຄົມ, ສົ່ງເສີມຜະລິດຕະພັນແຫ່ງພູມປັນຍາ, ຊຸກຍູ້ໃຫ້ປະຊົນຢູ່ຕາມທ້ອງຖິ່ນຕ່າງໆມີລາຍຮັບ. ຍ້ອນແນວນັ້ນ, ໂຮງງານປຸງແຕ່ງຊາຂຽວຜົ້ງສາລີ ຈິ່ງໄດ້ຮັບການສ້າງຂຶ້ນໃນປີ 2007 ເຊິ່ງມີການຄັດເລືອກ ໃບຊາຄຸນນະພາບດີ ຈາກຊາວສວນຊາມາປຸງແຕ່ງ ໃຫ້ກາຍເປັນຜະລິດຕະພັນຊາດີມີຄຸນນະພາບສູງ ແລະ ລົດຊາດທີ່ເປັນເລີດ.

ດ້ວຍຄຸນນະພາບຂອງຊາທີ່ສັງຄົມນິຍົມບໍລິໂພກ, ການຜະລິດມີມາດຕະຖານ ແລະ ມີພັດທະນາການທີ່ເໝາະສົມ ໃນບໍ່ດົນ ຊາຜົ້ງສາລີຈາກໂຮງງານກໍຖືກຮັບຮອງ ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ນັບແຕ່ປີ 2016 ເປັນຕົ້ນມາ.
ວິທີດື່ມ: ຜະລິດຕະພັນຊາຜົ້ງສາລີ ມີເນື້ອໃນລະບຸໄວ້ດ້ານນອກຂອງກັບບັນຈຸ ເພື່ອໃຫ້ຜູ້ບໍລິໂພກໄດ້ນໍາໄປດື່ມຢ່າງຖືກວິທີ ແລະ ຈະໄດ້ຮັບລົດຊາດສໍາຜັດລີ້ນໄດ້ຢ່າງຖືກໃຈ ເຊິ່ງກ່ອນອື່ນແມ່ນໃຫ້ແບ່ງເອົາຊາປະມານ 1 ບ່ວງແກງ ສໍາລັບ 1 ຈອກ/ຄົນ ແລ້ວນໍາເອົາຊາທີ່ແບ່ງນັ້ນໃສ່ການໍ້າຊາ ແລະ ເອົານໍ້າທີ່ຕົ້ມຟົດແລ້ວຖອກໃສ່ໃຫ້ຖ້ວມໃບຊາ ພ້ອມເອົາບ່ວງຄົນເບົາໆ ແລະ ປະໄວ້ປະມານ 3-5 ນາທີ; ຈາກນັ້ນກໍຖອກນໍ້າໃນການໍ້າຊາຖິ້ມເພື່ອລ້າງໃບຊາ. ເມື່ອໃບຊາຖືກຄວາມຮ້ອນກິ່ນອາຍ ແລະ ລົດຊາດກໍຈະຄ່ອຍໆກະຈາຍອອກປະສົມກັບນໍ້າ ເມື່ອເອົານໍ້າຮ້ອນຖອກໃສ່ອີກຄັ້ງ ແລະ ແຊ່ປະໄວ້ປະມານ 2-3 ນາທີ ກໍສາມາດເທໃສ່ຈອກ ແລະ ດື່ມຕາມສະດວກໄດ້ເລີຍ.

ສໍາລັບການເກັບຮັກສາ ແມ່ນຄວນເກັບຮັກສາໄວ້ໃນບ່ອນຮົ່ມ ແລະ ບໍ່ຕິດພື້ນດິນ ດີແທ້ຄວນຮັກສາໄວ້ໃນອຸນຫະພູມປະມານ 20-25 ອົງສາ.
ຍອດຊາຜົ້ງສາລີ ມີໂຮງງານຕັ້ງຢູ່ ບ້ານສາຍລົມ ເມືອງຜົ້ງສາລີ ແຂວງຜົ້ງສາລີ.