ທຽບ ລາຄາການຈຳໜ່າຍໄຟຟ້າ ພາກອຸດສາຫະກຳ ຢູ່ ລາວ ກັບ ຢູ່ 4 ປະເທດອ້ອມຂ້າງ

177

ສະເລ່ຍ ລາຄາການຈຳໜ່າຍໄຟຟ້າ ໃຫ້ແກ່ ພາກອຸດສາຫະກຳ ຢູ່ ສປປ ລາວ ສົມທຽບກັບ ລາຄາໄຟຟ້າ ຢູ່ 4 ປະເທດອ້ອມຂ້າງເຊັ່ນ: ສປ ຈີນ, ຫວຽດນາມ, ໄທ, ກຳປູເຈຍ.


ພວກເຮົາມາສົມທຽບລາຄາໄຟຟ້າ ໃນ 5 ປະເທດ, ຊຶ່ງໃນບາງປະເທດ ແມ່ນກໍານົດລາຄາເປັນ 3 ຊ່ວງເວລາ ຫຼື ເອີ້ນວ່າ TOU ຄື: ຊ່ວງ Off- Peak ໄລຍະການຊົມໃຊ້ໄຟຟ້າ ຕໍ່າສຸດ, ຊ່ວງ Standard ໄລຍະການຊົມໃຊ້ໄຟຟ້າ ປົກກກະຕິ ແລະ ຊ່ວງ Peak ແມ່ນໄລຍະການຊົມໃຊ້ພະລັງງານສູງສຸດ, ຕົວຢ່າງ ບາງປະເທດກໍານົດຊ່ວງ Peak ແມ່ນເວລາ 9:00 ຫາ 22:00.

ສໍາລັບ ສປປ ລາວ ແມ່ນຍັງບໍ່ມີກົນໄກກໍານົດລາຄາ ແບບ TOU, ກໍານົດລາຄາດຽວ ຢູ່ທີ່ 6,5 ເຊັນ/ກິໂລວັດໂມງ; ສ່ວນ ສປ ຈີນ (ຢຸນນານ) ແມ່ນກໍານົດ 3 ຊ່ວງ ເຊັ່ນ: ຊ່ວງ Off- Peak ແມ່ນ 3,72 ເຊັນ/ກິໂລວັດໂມງ, ຊ່ວງ Standard ແມ່ນ 6,48 ເຊັນ ແລະ ຊ່ວງ Peak ແມ່ນ 9,24 ເຊັນ;


ຫວຽດນາມ ຊ່ວງ Off- Peak ແມ່ນ 4,24 ເຊັນ/ກິໂລວັດໂມງ, ຊ່ວງ Standard ແມ່ນ 6,71 ເຊັນ, ຊ່ວງ Peak ລາຄາ 12,06 ເຊັນ


ສ່ວນປະເທດ ໄທ ແມ່ນກໍານົດ 2 ຊ່ວງ ຄື: ຊ່ວງ Off- Peak ແມ່ນ 12,44 ເຊັນ/ກິໂລວັດໂມງ ແລະ ຊ່ວງ Peak ແມ່ນ 16,96 ໂດລາ.

ສຳລັບປະເທດກຳປູເຈຍ ແມ່ນບໍ່ໄດ້ກໍານົດແບບ TOU, ລາຄາ 23,34 ເຊັນ/ກິໂລວັດໂມງ.