ກະຊວງພາຍໃນ ຮ່ວມກັບ ທະນາຄານໂລກ ປະຈຳລາວ ທົບທວນໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ CRVS

115

ວັນທີ 28 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ກະຊວງພາຍໃນ ໄດ້ຈັດກອງປະຊຸມ ທົບທວນກາງສະໄໝການຈັດຕັ້ງປະຕິບັດໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ CRVS ຂຶ້ນ, ໂດຍການເປັນປະທານຂອງທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງ ພາຍໃນ, ທ່ານ ອາເລັກຊານເດີເຄຼມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ຊ່ຽວຊານອາວຸໂສ ດ້ານສາທາລະນະສຸກ ທະນາຄານໂລກປະຈໍາ ຢູ່ວໍຊິງຕັນດີຊີ, ຄະນະຊີ້ນໍາໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ, ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ພະແນກພາຍໃນຂັ້ນແຂວງ ແລະ ຫ້ອງການພາຍໃນຂັ້ນເມືອງ ໃນຂອບເຂດທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງ ພາຍໃນ ກ່າວບາງຕອນວ່າ: ຈຸດປະສົງ ຂອງກອງປະຊຸມ ເພື່ອທົບທວນຄືນກາງສະໄໝການຈັດຕັ້ງປະຕິບັດໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ແຕ່ປີ 2020-2022. ພ້ອມກັນນັ້ນ, ກໍ່ຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ແລະ ສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ຕໍ່ກັບການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ.

ເນື່ອງຈາກການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານທີ່ມີຄວາມສຳຄັນຫຼາຍ, ຕິດພັນກັບຜົນປະໂຫຍດຂອງປະຊາຊົນ, ການສະໜັບສະໜູນການປົກຄອງທີ່ດີ ແລະ ການພັດທະນາ ຊຶ່ງລັດຖະບານ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານດັ່ງກ່າວນີ້ ເປັນວຽກງານທີ່ຮີບດ່ວນ ແລະ ຈໍາເປັນ ຈຶ່ງໄດ້ວາງວິໄສທັດ ແລະ ຄາດໝາຍສູ້ຊົນ ເພື່ອບັນລຸ: ວິໄສທັດຮອດ ປີ 2030

ສິດທິຂອງພົນລະເມືອງ ມີການຮັບປະກັນດ້ວຍການຄຸ້ມຄອງລັດ ຕາມກົດໝາຍທີ່ສັກສິດ ຍຸດທະສາດແຫ່ງຊາດ 2016-2025: ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ; ປະຊາຊົນ ໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ; ກໍາລັງແຮງງານ ໄດ້ຮັບການພັດທະນາທັງທາງດ້ານປະລິມານ ແລະ ຄຸນນະພາບ;ເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ອື່ນໆ ແລະ ຮອດປີ 2024 ສປປ ລາວ ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດເປັນທາງການຢ່າງໜ້ອຍໃຫ້ໄດ້ 70%; ການຈັດຕັ້ງປະຕິບັດຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025.


ທ່ານ ອາເລັກຊານເດີເຄຼມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວບາງຕອນວ່າ: ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນວຽກງານທີ່ຮຽກຮ້ອງໃຫ້ມີການປະສານງານລະຫວ່າງອົງກອນ-ອົງການ-ກະຊວງ ທີ່ກ່ຽວຂ້ອງເພື່ອໃຫ້ວຽກງານດັ່ງກ່າວປະສົບຄວາມສຳເລັດ, ພ້ອມນີ້ຂ້າພະເຈົ້າຂໍທົບທວນຄືນບັນດາໂຄງການທີ່ເຮົາຈັດຕັ້ງປະຕິບັດມາແຕ່ປີ 2015 ພ້ອມຜົນສຳເລັດທີ່ລັດຖະບານ ສປປ ລາວ ຍາດແຍ່ງມາໄດ້, ເຊິ່ງວຽກງານດັ່ງກ່າວແມ່ນກໍໄດ້ຮ່າງແຜນຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ທີ່ໄດ້ຮັບຮອງຈາກນາຍົກລາວໃນປີ 2017 ຜ່ານມາ.

ພ້ອມນີ້ກໍໄດ້ມີການປັບປຸງກົດໝາຍ ທະບຽນຄອບຄົວ ທີ່ຮັບຮອງຈາກສະພາແຫ່ງຊາດ ປີ 2018, ໃນປີ 2020 ຜ່ານມາ ທະນາຄານໂລກກໍໄດ້ອະນຸມັດໂຄງການ ມູນຄ່າ 25 ລ້ານໂດລາ ແນໃສ່ການສະໜັບສະໜູນໂຄງການ ຈົດທະບຽນ ແລະ ສະຖິຕິພົນລະເມືອງ ແລະ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການທີ່ມີຄວາມສຳຄັນນີ້.