ວັນແມ່ຍິງສາກົນກຽມໄປກວດຕາຟຣີ ກວດສຸຂະພາບບໍ່ເສຍຄ່າ

57

ປີໜຶ່ງມີຄັ້ງດຽວກັບແມ່ຍິງທຸກຄົນຈິ່ງມັກຈະມີກິດຈະກຳດີໆໃຫ້ໄດ້ຊື່ນໃຈ ສຳລັບປີນີ້ວັນແມ່ຍິງຈັດຂຶ້ນພາຍໃຕ້ຄຳຂວັນ “ ການນໍາໃຊ້ດີຈິຕອນ ສຳລັບທຸກຄົນ, ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ” ໃນນັ້ນຍັງຈະມີການກວດສຸຂະພາບ ແລະຕາແບບບໍ່ຕ້ອງຈ່າຍເງິນອີກ ສຳລັບນະຄອນຫຼວງວຽງຈັນ.

May be an image of 4 people and people standing
ອີງຕາມແຈ້ງການຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ຮູ້ວ່າ, ສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງແຂວງ, ນະຄອນຫລວງວຽງຈັນ, ກະຊວງ-ອົງການທຽບເທົ່າ ໄດ້ກະກຽມຈັດກິດຈະກໍາກວດສຸຂະພາບ ແລະ ກວດຕາບໍ່ເສຍຄ່າ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ8 ມີນາ ຄົບຮອບ 113 ປີ (8/3/1910-8/3/2023) ພາຍໃຕ້ຄຳຂວັນວ່າ: “ ການນໍາໃຊ້ດີຈິຕອນ ສຳລັບທຸກຄົນ, ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີເພື່ອຄວາມສະເໝີພາບຍິງ-ຊາຍ ໃຫ້ເປັນຂະບວນຟົດຟື້ນລາຍລະອຽດມີດັ່ງນີ້:

May be an image of 1 person

– ວັນທີ 9 ມີນາ 2023 ທີ່ ສູນອົບຮົມແມ່ຍິງລາວ: ກວດສຸຂະພາບ ແລະ ກວດຕາ (ບໍ່ເສຍຄ່າ)
– ວັນທີ 10 ມີນາ 2023 ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC)ມີ: ກອງປະຊຸມສຳມະນາ ໃນຫົວຂໍ້ທີ່ຕິດພັນ; ເດີນແບບ ຊຸດຊົນເຜົ່າ ແລະ ຊຸດປະຈຳຊາດ ຮ່ວມກັບບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ບັນດາຄູ່ຮ່ວມມືຕ່າງໆ, ງານວາງສະແດງຜົນງານ ແລະ ສິນຄ້າຕ່າງໆ.

No photo description available.
– ວັນທີ 11 ມີມາ 2023 ທີ່ເດີນພະທາດຫລວງວຽງຈັນ ຈະມີການຈັດກິດຈະກຳຍ່າງເພື່ອສຸຂະພາບ ຄັ້ງທີ 3 ແລະ ແຂ່ງຂັນກິລາພື້ນບ້ານສາມັກຄີຊີງຂັນປະທານສູນກາງສະຫະພັນແມ່ຍິງລາວ.