ກອງປະຊຸມລັດຖະບານເດືອນກຸມພາ ປຶກສາຫາລື ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ

73

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກຸມພາ 2023 ໄດ້ດຳເນີນ ໃນວັນທີ 24 ກຸມພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.


ກອງປະຊຸມລັດຖະບານຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ດັ່ງນີ້:
ວາລະທີ 1. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບວຽກງານພົ້ນເດັ່ນ ຂອງລັດຖະບານ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ; ສະພາບພົ້ນເດັ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ການຕ່າງປະເທດ; ການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ເງິນເຟີ້; ການຄວບຄຸມລາຄາສິນຄ້າ; ການຊຸກຍູ້ການຜະລິດລະດູແລ້ງ; ການປະກາດປີທ່ອງທ່ຽວລາວ 2023-2024 ແລະ ການກະກຽມຕ້ອນຮັບນັກທ່ອງທ່ຽວ. ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ 2023 ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2023 ຂອງລັດຖະບານ ໄປປັບປຸງ ແລະ ຮຽບຮຽງຄືນ ໃຫ້ມີເນື້ອໃນລະອຽດຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.

ພ້ອມກັນນີ້, ໄດ້ຊີ້ນຳໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ປະຈຳເດືອນມີນາ 2023 ແລະ ສືບຕໍ່ເປັນເຈົ້າການ ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດວຽກງານທີ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນຮັບຜິດຊອບ ເປັນຕົ້ນ ການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້; ການອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການຂົນສົ່ງສິນຄ້າ ແລະ ໂດຍສານ; ການບໍລິການທ່ອງທ່ຽວ; ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ ຢ່າງມີຈຸດສຸມ, ມີຕົ້ນທຶນການຜະລິດຕໍ່າ ແລະ ຂາຍໄດ້ລາຄາດີ; ການຊໍາລະສະສາງ ຂອງບັນດາໂຄງການລົງທຶນ ຜ່ານລະບົບບັນຊີທະນາ ຄານ ໃນ ສປປ ລາວ; ການກະກຽມເປັນປະ ທານກອງປະຊຸມສຸດຍອດອາຊຽນ ໃນປີ 2024; ລວມທັງ ການຕິດຕາມ ຄຳເຫັນ, ຄຳສະເໜີຂອງສັງຄົມ ແລະ ກວດກາແກ້ໄຂ ຕາມຄວາມເປັນຈິງ. ພ້ອມທັງ ມີກົນໄກຕິດຕາມ, ກວດກາ, ຊຸກຍູ້ ແລະ ລາຍງານຄວາມຄືບໜ້າ ຜົນການຈັດຕັ້ງປະຕິບັດ ໃຫ້ລັດຖະບານ ໃນແຕ່ລະໄລຍະ ຢ່າງເປັນປົກກະຕິ.

ວາລະທີ 2. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງດໍາລັດ ວ່າດ້ວຍປ່າສະ ຫງວນ, ພ້ອມກັນນີ້ ໄດ້ຊີ້ນຳໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ເນື້ອໃນໃຫ້ຮັດກຸມ, ລະອຽດ, ຈະແຈ້ງ ແລະ ຄົບຖ້ວນ ໂດຍສະເພາະ ການໃຊ້ຄຳສັບ, ການໃຫ້ນິຍາມຄຳສັບ ແລະ ປະໂຫຍກຄຳເວົ້າ ທີ່ສຳຄັນ, ການກໍານົດຈຸດປະສົງ ຂອງດໍາລັດ, ການກໍານົດຂອບເຂດສິດ ຂອງຜູ້ມີສ່ວນຮ່ວມ ໃນການຄຸ້ມຄອງ ແລະ ນຳໃຊ້ປ່າສະຫງວນ, ລວມທັງ ການກຳນົດພັນທະ, ການຄົ້ນຄວ້າວິທະຍາສາດ, ການນໍາໃຊ້ແຫຼ່ງງົບປະມານ ແລະ ອື່ນໆ. ຄຽງຄູ່ກັນນີ້ ໃຫ້ກວດກາເນື້ອໃນໃຫ້ສອດຄ່ອງ ກົມກຽວກັບກົດໝາຍກ່ຽວຂ້ອງ ທີ່ໄດ້ປະກາດໃຊ້ແລ້ວ


ວາລະທີ 3. ກອງປະຊຸມ ໄດ້ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການປົກຄອງ. ເນື່ອງຈາກ ເປັນກົດໝາຍທີ່ສຳຄັນ ແລະ ມີຄວາມລະອຽດອ່ອນ, ກອງປະຊຸມຈຶ່ງໄດ້ຊີ້ນໍາໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດຈົດໝາຍວຽນ ເພື່ອໃຫ້ສະມາຊິກລັດຖະບານ ລົງເລິກຄົ້ນຄວ້າປະກອບຄຳເຫັນຕື່ມ ແລ້ວສົ່ງຄຳເຫັນເປັນລາຍລັກອັກສອນ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອສົມທົບກັບກະຊວງພາຍໃນ ສັງລວມລາຍງານຕໍ່ກອງປະຊຸມລັດຖະບານ ໃນເດືອນມີນາ 2023.