ຄາດງານວາງສະວາງສະແດງສິນຄ້າ ສົ່ງເສີມການທ່ອງທ່ຽວ 4 ແຂວງພາກໃຕ້ ຈະມີທຶນໜູນ 1,6 ຕື້ກວ່າກີບ.

64

ແຂວງເຊກອງ ຈັດງານວາງສະວາງສະແດງສິນຄ້າ ສົ່ງເສີມ ການທ່ອງທ່ຽວວົງແຫວນເຂດພູພຽງບໍລະເວນ 4 ແຂວງພາກໃຕ້ ຂຶ້ນ, ທີເມືອງທ່າແຕງ ແຂວງເຊກອງ ໃນວັນທີ 14-18 ກຸມພາ 2023 (ພິທີເປີດເປັນທາງການ ແມ່ນ ວັນທີ 17 ກຸມພາ), ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ເຂົ້າຮ່ວມເປີດພິທີໂດຍ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາເຈົ້າເມືອງ, ຂະແໜງການກ່ຽວຂ້ອງທັງ 4 ແຂວງ ແລະ ບັນດາຜູ້ປະກອບການ-ຮ້ານຄ້າເຂົ້າຮ່ວມ.


ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ກ່າວເປີດງານບາງຕອນວ່າ: ແຂວງເຊກອງຂອງພວກເຮົາ ເປັນແຂວງໜຶ່ງທີ່ມີທ່າແຮງບົ່ມຊ້ອນໃນຫຼາຍດ້ານ, ມີມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມຕື່ນຕົວເປັນເຈົ້າການໃນການສ້າງເສດຖະກິດ-ຜະລິດເປັນສິນຄ້າ, ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານ ທີ່ເປີດກວ້າງສະໜັບສະໜູນການລົງທຶນເຂົ້າໃນຜະລິດເປັນສິນຄ້າ ແລະ ສົ່ງເສີມການທ່ອງທ່ຽວ; ນອກນີ້ ແຂວງເຊກອງຍັງມີທີ່ຕັ້ງພູມສາດເຊື່ອມຈອດກັບບັນດາແຂວງພາກໃຕ້ຂອງ ສປປ ລາວ ແລະ 3 ແຂວງພາກກາງຂອງ ສສ ຫວຽດນາມ, ເປັນເສັ້ນທາງຜ່ານຕາເວັນອອກ-ຕາເວັນຕົກຜ່ານດ່ານສາກົນດາກຕະອອກ-ນາມຢາງ ອອກສູ່ທະເລທີ່ມີໄລຍະທາງສັ້ນທີ່ສຸດ (ທ່າເຮືອດານັງ), ແລະ ສະຖານທີ່ຈັດງານວາງສະແດງສິນຄ້າຄັ້ງນີ້ ເປັນຈຸດໃຈກາງ, ເປັນທ່າແຮງທາງດ້ານການຄ້າ-ການລົງທຶນ ແລະ ການທ່ອງທ່ຽວວົງແຫວນເຂດພູພຽງບໍລະເວນ ຖືວ່າເປັນຄັ້ງທີ່ມີຄວາມສຳຄັນ ທີ່ມີຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງແຂວງ ເຂົ້າຮ່ວມ, ເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ຂະຫຍາຍຕະຫຼາດໃຫ້ກວ້າງອອກທັງພາຍໃນ ແລະ ຕ່າງປະເທດ; ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສິນຄ້າໂອດອບ, ສິນຄ້າທີ່ມີທ່າແຮງ ແລະ ສິນຄ້າກະສີກຳ ທີ່ນຳເອົາສິນຄ້າຂອງຕົນເຂົ້າມາວາງສະແດງ ໃນສະຖານນີ້ ເພື່ອຕອບສະໜອງການໃຫ້ການບໍລິການ-ຊົມໃຊ້ແຂກພາຍໃນ ແລະ ຕ່າງປະເທດ ກໍຄືນັກທ່ອງທ່ຽວ ເພື່ອເປັນການປະກອບສ່ວນແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ.


ເພື່ອເຮັດໃຫ້ງານວາງສະແດງສິນຄ້າສົ່ງເສີມ ການທ່ອງທ່ຽວວົງແຫວນເຂດພູພຽງບໍລະເວນ, ບັນລຸຜົນສຳເລັດຕາມວັດຖຸປະສົງ-ລະດັບຄາດໝາຍທີ່ວາງໄວ້ນັ້ນ, ໂດຍສະເພາະແມ່ນການໂຄສະນສິນຄ້າທີ່ແຂວງເຊກອງພວກເຮົາຜະລິດໄດ້ ກໍຄືບັນດາແຂວງໄກ້ຄຽງ ໃຫ້ເຂົ້າສູ່ຕະຫຼາດໃຫ້ນັບມື້ຫຼາຍຂຶ້ນ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນຂະແໜງການທີ່ກ່ຽວຂ້ອງ ຈົ່ງເຮັດໜ້າທີ່ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ຕິດຕາມກວດກາປະສານງານຢ່າງກົມກຽວ, ສ້າງສິ່ງເອື້ອອຳນວຍຄວາມສະດວກໃນດ້ານຕ່າງໆ ເພື່ອເຮັດໃຫ້ການແລກປ່ຽນຊື້-ຂາຍ, ສິນຄ້າໂອດອບ ນຶ່ງເມືອງນຶ່ງຜະລິດຕະພັນ ມາຮອດປະຈຸບັນທົ່ວແຂວງ ມີ 5 ຜະລິດຕະພັນໂອດອບທີ່ໄດ້ຮັບກາໝາຍຜະລິດຕະພັນແຫ່ງຊາດ.


ການຈັດງານວາງສະແດງສິນຄ້າ ຄັ້ງນີ້ ເປັນການສົ່ງເສີມການທ່ອງທ່ຽວ ວົງແຫວນເຂດພູພຽງບໍລະເວນ 4 ແຂວງພາກໃຕ້ ທີ່ເມືອງທ່າແຕງ ເປັນການແລກປ່ຽນບົດຮຽນ, ໃນການພັດທະນາ ການທ່ອງທ່ຽວ ວົງແຫວນ ເຂດພູພຽງບໍລະເວນ, ໃນນັ້ນ, ຂະແໜງ ອຸດສາຫະກຳ ແລະ ການຄ້າ, ຂະແໜງກະສິກຳ-ປ່າໄມ້ ຕິດພັນ ກັບ ການແກ້ໄຂ ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ເພື່ອບັນລຸ 6 ເປົ້າໝາຍແລະ 8 ແຜນງານ, ເລັງໃສ່ຍົກສູງກຳລັງແຮງພັດທະນາແຂວງເຊກອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັບປະກັນການຜະລິດກະສິກໍາສະອາດປອດສານພິດ ຕາມທິດສີຂຽວ ແລະ ຍືນຍົງ, ສົ່ງເສີມການລົງທຶນ, ພັດທະນາອຸດສາຫະກຳ, ການຄ້າ, ການທ່ອງທ່ຽວວົງແຫວນ ໃຫ້ໄດ້ຄຸນະພາບ ກັບ ການພັດທະນາສັງຄົມ ຕາມແລວເສດຖະກິດຕາເວັນອອກ -ຕາເວັນຕົກ ຕອນໃຕ້ທີ່ສັ້ນທີ່ສຸດ.


ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ກ່າວບາງຕອນວ່າ: ງານວາງສະແດງສິນຄ້າຄັ້ງນີ້ ແມ່ນເປັນການເຕົ້າໂຮມເອົາຜູ້ປະກອບການແຂວງເຊກອງ ແຂວງຈຳປາສັກ, ແຂວງສາລະວັນ ແລະ ແຂວງອັດຕະປື ນຳເອົາສິນຄ້າມາງານວາງສະແດງ ແລະ ຈຳໜ່າຍໃນຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນ ໃຫ້ຜູ້ຜະລິດ, ຜູ້ປະກອບການ ມີການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ 4 ແຂວງມີຄວາມຄ່ອງຕົວ ທັງເປັນການກະຕຸກຊຸກຍູ້ສົ່ງເສີມສິນຄ້າພູມປັນຍາຂອງທ້ອງຖິ່ນ.


ງານວາງສະແດງ ແລະ ຈຳໜ່າຍສິນຄ້າໃນຄັ້ງນີ້ມີທັງໝົດ 40 ບຸດ ໃນນັ້ນ: ແຂວງເຊກອງ ມີ 18 ບຸດ, ແຂວງສາລະວັນ ມີ 6 ບຸດ, ແຂວງອັດຕະປື ມີ 2 ບຸດ ແລະ ແຂວງຈຳປາສັກ ມີ 6 ບຸດ; ໃນນີ້, ມີຕະຫຼາດເຄື່ອນທີ່ 16 ບຸດ, ສິນຄ້າທີ່ນຳມາວາງສະແດງ ແລະ ຈຳໜ່າຍປະກອບມີ: ສິນຄ້າອຸດສາຫະກຳ; ຫັດຖະກຳ, ສິນຄ້າກະສິກຳ, ສິນຄ້າ ໂອດອບ, ສິນຄ້າທີ່ມີທ່າແຮງ ແລະ ສິນຄ້າ ຕ່າງໆ ມີມູນຄ່າທັງໝົດ 1,6 ຕື້ກີບ, ງານວາງສະແດງໃນຄັ້ງນີ້ ແມ່ນດໍາເນີນໄປເປັນເວລາ 5 ວັນ ເຊິ່ງເລີ້ມແຕ່ວັນທີ 14 ເຖິງ 18 ກຸມພາ 2023 ຈຶ່ງຈະໄດ້ປິດລົງຢ່າງເປັນທາງການ.


ໂອກາດດຽວກັນນີ້, ທ່ານ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍ່ໄດ້ລັ່ນຄ້ອງ 9 ບາດ ພ້ອມປ່ອຍປຸມເປົ້າເພື່ອເປີດພິທີ.