ເອດີບີ ຄາດ ການທ່ອງທ່ຽວອາຊີ – ປາຊີຟິກ ອາດຟື້ນຕົວສູ່ປົກກະຕິໃນປີໜ້າ

38

ສຳນັກຂ່າວ ຊິນຫົວລາຍງານວ່າ: ທະນາຄານພັດທະນາອາຊີ ( ADB ) ໄດ້ອອກບົດລາຍງານລະບຸວ່າ ການທ່ອງທ່ຽວໃນພາກພື້ນອາຊີ – ປາຊີຟິກ ໄດ້ເລີ່ມມີການຟື້ນຕົວຄືນຢາງໄວວາ ແລະ ອາດຈະຟື້ນຕົວກັບຄືນສູ່ລະດັບກ່ອນເກີດການແຜ່ລະບາດໂຄວິດ – 19 ໃນປີ 2024 ແຕ່ຍັງມີ ຄວາມທ້າທາຍຫຼາຍຢ່າງ.

อาจเป็นรูปภาพของ 9 คน, แหล่งน้ำ และ ธรรมชาติ

ບົດລາຍງານການບູລະນະດ້ານເສດຖະກິດອາຊີ ( Asian Economic Integration Report ) ປະຈຳປີ 2023 ໄດ້ລະບຸວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມເຂດອາຊີ – ປາຊີຟິກ ເພີ່ມຂຶ້ນ 39,9% ເມື່ອທຽບໃສ່ປີຕໍ່ປີ ໂດຍໃນໄລຍະ 8 ເດືອນຂອງປີ 2022 ກວມເອົາ 10,3% ຂອງຕົວເລກໃນປີ 2019, ເນື່ອງຈາກຫຼາຍປະເທດໃນພາກພື້ນອາຊີ – ປາຊີຟິກ ໄດ້ເປີດປະເທດຢ່າງເຕັມຮູບແບບ ລວມທັງຍົກເລີກມາດຕະການຕ່າງໆ ເພື່ອຄວບຄຸມໂຄວິດ – 19 ແລະ ຄວາມເຊື່ອໝັ້ນຂອງປະຊາຊົນໃນການເດີນທາງໄປຕ່າງປະເທດ.

อาจเป็นรูปภาพของ มหาสมุทร และ ข้อความ

ແນວໃດກໍຕາມ, ບົດລາຍງານດັ່ງກ່າວຍັງໄດ້ສະແດງ ຄວາມກັງວົນ ໂດຍລະບຸວ່າ: ຄວາມຂັດແຍ່ງ ລະຫວ່າງ ຣັດເຊຍ ແລະ ອູແກຣນ ຍັງກໍ່ໃຫ້ເກີດຄວາມສ່ຽງດ້ານລົບຕໍ່ການທ່ອງທ່ຽວໃນອາຊີ ເຊິ່ງອາດຈະເຮັດໃຫ້ສູນເສຍນັກທ່ອງທ່ຽວຈາກ ຣັດເຊຍ ປະມານ 1 ໃນ 3, ອີກທັງລາຄາພະລັງງານທີ່ເພີ່ມຂຶ້ນສູງ ປະກອບກັບທ່າອ່ຽງການເຕີບໂຕດ້ານເສດຖະກິດທີ່ອ່ອນແອລົງທົ່ວໂລກ ກຳລັງເປັນອຸປະສັກຕໍ່ການຟື້ນຕົວຂອງຂະແໜງທ່ອງທ່ຽວຢ່າງຫຼີກລ່ຽງບໍ່ໄດ້.