ມອບ-ຮັບໜ້າທີ່ແລ້ວ ເຈົ້າແຂວງສາລະວັນຜູ້ໃໝ່ເຂົ້າປະຈຳການ

128

ພິທີມອບ-ຮັບໜ້າທີ່ ເຈົ້າແຂວງສາລະວັນລະຫວ່າງ ທ່ານ ໂພໄຊ ໄຊຍະສອນ  ເຈົ້າແຂວງ (ຜູ້ເກົ່າ) ແລະ ທ່ານ ປອ ດາວວົງ ພອນແກ້ວ ຮັກສາການເຈົ້າແຂວງ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 06 ກຸມພາ 2023 ທີ່ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ  ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ, ມີຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກແຂວງ ສາລະວັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 11 คน และ ผู้คนกำลังยืน
ໃນພິທີດັ່ງກ່າວ, ທ່ານ ວິສຸກ ພົມພິທັກ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ຂື້ນຜ່ານເອກະສານຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 26 ມັງກອນ 2023: ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສາລະວັນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ ກະຊວງ ພະລັງງານ ແລະ ບໍ່ແຮ່.

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม
ພ້ອມດຽວກັນນີ້, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 284/ຄລສພ, ລົງວັນທີ 26 ມັງກອນ 2023: ວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກ, ຄະນະປະຈຳພັກແຂວງ ສາລະວັນ, ມະຕິຕົກລົງສະບັບເລກທີ 10/ກມສພ ລົງວັນທີ 26 ມັງກອນ 2023 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງ ສາລະວັນ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກເລກທີ 17/ຄຈສພ, ລົງວັນທີ 30 ມັງກອນ 2023 ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍແຕ່ງຕັ້ງສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງ ສາລະວັນ (ຜູ້ໃໝ່).

อาจเป็นรูปภาพของ 8 คน, ผู้คนกำลังนั่ง, ผู้คนกำลังยืน และ สถานที่ในร่ม
ໃນໂອກາດດັ່ງກ່າວທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມວ່າ: ການຍົກຍ້າຍ, ແຕ່ງຕັ້ງຂອງການນຳຂັ້ນສູງ ແມ່ນການປັບປຸງກົງຈັກການຈັດຕັ້ງໃຫ້ສາມາດຮັບປະກັນໜ້າທີ່ວຽກງານ ບົນພື້ນຖານການຕົກລົງເປັນເອກະພາບຈາກສູນກາງພັກ, ລັດຖະບານ ທີ່ຕ້ອງປະຕິບັດຢ່າງເຂັ້ມງວດ ພ້ອມທັງ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ ເພື່ອເຮັດລ້ອນໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້, ເຄື່ອນໄຫວ ແລະ ປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ນໍາພາການເຄື່ອນໄຫວວຽກງານຕາມຫຼັກການຂອງພັກຢ່າງເຂັ້ມງວດ.

อาจเป็นรูปภาพของ 2 คน และ ข้อความ
ຂ່າວ ແລະ ພາບ: ວຽງສະຫວັນ ປຣະດິດ