ມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງ ຄະນະ ຊປປລ ໃຫ້ແກ່ຄະນະນໍາ ແລະ ບຸກຄົນດີເດັ່ນ ສະພາແຫ່ງຊາດ

96

ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ຈັດພິທີປະດັບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ແກ່ຄະນະນໍາ, ຄະນະບໍລິຫານງານຊາວໜຸ່ມ, ຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຂອງສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (14 ເມສາ 1955 – 14 ເມສາ 2020) ຂຶ້ນທີ່ສະພາແຫ່ງຊາດຕຶກໃໝ່, ໃນວັນທີ 1 ທັນວາ 2023.

May be an image of 11 people and people standing
ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ມີບັນດາຮອງເລຂາຄະນະພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ພ້ອມມີບັນດາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະມາຊິກຊາວໜຸ່ມ ອ້ອມຂາງສະພາແຫ່ງຊາດເຂົ້າຮ່ວມ.

May be an image of 5 people, people standing and suit
ໃນພິທີ ທ່ານ ພອນແກ້ວ ຕົ້ນວໍລະຈິດ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ກ່າວບາງຕອນວ່າ: ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວພາຍໃຕ້ຮົ່ມທຸງປະຕິວັດຂອງພັກ ຕະຫຼອດໄລຍະຜ່ານມາ ບໍ່ວ່າເວລາໃດຊາວໜຸ່ມ-ເຍົາວະຊົນ ໄດ້ຮັບການຖະນຸ ຖະໜອມ ແລະ ເອົາໃຈ ໃສ່ຊີ້ນຳ-ນຳພາ ຈາກສູນກາງພັກ, ຄະນະພັກ-ຄະນະນຳແຕ່ລະຂັ້ນ, ຊາວໜຸ່ມພວກເຮົາຍາມໃດກໍ່ຮັກສາໄດ້ມູນເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະຫຍາຍໄດ້ບົດບາດປະຈັນບານໃນທຸກຂົງເຂດວຽກງານທັງຢູ່ສູນກາງ ແລະ ທ້ອງຖິ່ນໃນພາລະກິດປະຕິວັດຂອງພັກ,ສະມາຊິກຊາວໜຸ່ມຫຼາຍສະຫາຍໄດ້ເສຍສະຫຼະ ເພື່ອປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ.

May be an image of 8 people, people standing and indoor
ພາຍຫຼັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 22 ມີນາ 1955 ໂດຍມີທ່ານປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ແລະ ບັນດາທ່ານການນຳຮຸ່ນທຳອິດ ທີ່ເປັນຫຼັກແຫຼ່ງ ແກ່ນສານໄດ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຢ່າງພິລະອາດຫານ ເພື່ອປົດປ່ອຍຊາດກອບກູ້ເອົາເອກະລາດ, ສິດເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນ ແລະ ຄະນະຊາວໜຸ່ມ, ຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າທົ່ວປະເທດ ໄດ້ກ້າວເດີນໄປຕາມພັກດ້ວຍຄວາມເຊື່ອໝັ້ນອັນແຮງກ້າໄດ້ປະກອບສ່ວນຢ່າງຕັ້ງໜ້າ, ເສຍສະຫຼະ ເພື່ອປະເທດຊາດ ແລະ ພາລະກິດຂອງພັກຢ່າງອົງອາດກ້າຫານ, ຈາກນັ້ນ ສູນກາງພັກໂດຍປະທານໄກສອນ ພົມວິຫານ ໄດ້ຊີ້ນຳ ແລະ ຈັດຕັ້ງນໍາພາ ຄະນະຊາວໜຸ່ມຕະລຸມບອນໃນຖັນແຖວກຳລັງປະກອບອາວຸດ ແລະ ຈາກນັ້ນພັກໄດ້ກຳນົດເອົາວັນທີ 14 ເມສາ 1955 ເປັນມື້ສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

May be an image of 3 people, people standing and suit
ສັງລວມແລ້ວ ບໍ່ວ່າຍາມໃດ ເວລາໃດ ພັກ ແມ່ນຖືເອົາຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກຳລັງປະຈັນບານທີ່ໄວ້ເນື້ອ ເຊື່ອໃຈຂອງພັກ, ຖືເຍົາວະຊົນເປັນໜໍ່ແໜງ ແລະ ເປັນອະນາຄົດສົດໃສຂອງຊາດ ພ້ອມດຽວກັນ ຊາວໜຸ່ມລາວ ກໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕົວຈິງ ແລະ ເຂົ້າຮ່ວມທຸກຂະບວນການດ້ວຍຄວາມຮັບຜິດຊອບສູງອາດເວົ້າໄດ້ວ່າ: “ບໍ່ວ່າວຽກນ້ອຍ ຫຼື ວຽກໃຫຍ່, ວຽກສ່ຽງເປັນ ສ່ຽງຕາຍ ຊາວໜຸ່ມກໍ່ມີໜ້າ”

May be an image of 6 people and people standing

ຕະຫຼອດໄລຍະ 65 ປີ ແຫ່ງການກຳເນີດ ແລະ ຂະຫຍາຍຕົວໃຕ້ຮົ່ມທຸງຂອງພັກ ຈຶ່ງສົມຄວນທີ່ຈະໄດ້ຮັບການຊຸກຍູ້, ສົ່ງເສີມ ແລະ ຍ້ອງຍໍສັນລະເສີນ ຈາກພັກ-ລັດ ແລະ ຈາກການຈັດຕັ້ງຊາວໜຸ່ມ ເພື່ອສືບຕໍ່ຊຸກຍູ້, ໃຫ້ກຳລັງໃຈ ແກ່ການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ ສືບຕໍ່ແຂ່ງຂັນສ້າງຂະບວນການໃຫ້ຟົດຟື້ນກ່ວາເກົ່າ ໂດຍສະເພາະໃນໄລຍະນີ້ພວກເຮົາຍັງຈະປະເຊີນກັບສິ່ງທ້າທາຍທົດສອບຫຼາຍອັນ ຈຶ່ງຕ້ອງໄດ້ປະດິດສ້າງຫຼາຍກ່ວາເກົ່າ ຈຶ່ງຮຽກຮ້ອງໃຫ້ມີກົນໄກໃໝ່ ເພື່ອຍູ້ດັນກຳລັງແຮງດັ່ງກ່າວ ດ້ວຍເຫດນີ້ຈຶ່ງມີການມອບຫຼຽນຊາວໜຸ່ມຕະລຸມບອນ ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ແກ່ການນຳຂັ້ນສູງຂອງສະພາແຫ່ງຊາດ ຈຳນວນ 7 ທ່ານ ແລະ ມອບຫຼຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ແກ່ ຄະນະນຳຂອງສະພາແຫ່ງຊາດ, ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ແລະ ສະມາຊິກ.

May be an image of 1 person, standing and sitting
ໃນພິທີໄດ້ມີການມອບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ການນຳຂັ້ນສູງ ຈຳນວນ 7 ທ່ານ, ມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ 1 ໃຫ້ການນຳ 17 ທ່ານ. ເຊິ່ງການມອບຫຼຽນກາລະນຶກ 65 ປີ ໃຫ້ແກ່ບຸກຄົນຂອງສະພາແຫ່ງຊາດ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນວຽກງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ເຊິ່ງພິທີມອບແມ່ນຈັດເປັນ 9 ຊຸດ ຈຳນວນຜູ້ໄດ້ຮັບ 160 ກວ່າທ່ານ.