ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເປີດນຳໃຊ້ສະໜາມຝຶກຊ້ອມກ໊ອຟພູກິ່ວລົມ, ສ່ວນສະໜາມກ໊ອຟ18ຂຸມຈະສຳເລັດໃນເດືອນພຶດສະພາ

81

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສຸ່ມໃສ່ການພັດທະນາພື້ນຖານໂຄງການຄົມມະນາຄົມ ໂດຍສະເພາະສະໜາມບິນ ແລະ ສະຖານທີ່ທ່ອງທ່ຽວຄົບວົງຈອນມາດຕະຖານສາກົນ ເພື່ອຮອງຮັບນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ທັງເປັນການດຶງດູດການລົງທຶນໃຫ້ນັບມື້ຫຼາຍຂຶ້ນ. ຫຼ້າສຸດໄດ້ເປີດການນຳໃຊ້ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກິ່ວລົມ ສ່ວນສະໜາມກ໊ອຟ18 ຂຸມ ຈະໃຫ້ສຳເລັດໃນເດືອນພຶດສະພາຈະມາເຖິງນີ້.

ພິທີເປີດການນຳໃຊ້ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກີ່ວລົມ ຈັດຂຶ້ນວັນທີ 27 ມັງ ກອນ 2023 ທີ່ສະໜາມເຝິກຊ້ອມ ຣີສອດສະໜາມກ໊ອຟສາກົນພູກີ່ວລົມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ສົມຫວາດ ເລັ່ງສະຫວັດ ອະດີດຮອງນາຍົກ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ. ພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ການນຳຂັ້ນສູງ ອະດິດການນຳຂັ້ນສູນສູງ ການນຳຂັ້ນກະຊວງ ການນຳຂັ້ນແຂວງ ຂັ້ນເມືອງ ສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫວາງ ເອີເປົາ ປະທານກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ ກ່າວວ່າ: ສະໜາມກ໊ອຟສາກົນພູກິ່ວລົມໄດ້ວາງສີລາລືກການກໍ່ສ້າງໃນເດືອນກັນຍາ ປິ 2022 ພາຍໃຕ້ຄວາມເອົາໃຈໃສ່ຂອງພະນັກງງານທີ່ໄດ້ເຮັດວຽກທັງເວັນ ແລະ ຄືນ ພ້ອມທັງການຮ່ວມມືຂອງທຸກຂະແໜງການຂອງກຸ່ມບໍລິສັດອກງິ້ວຄຳ ຈຳກັດ.ມາຮອດປັດຈຸບັນການກໍ່ສ້າງສຳເລັດ 60%; ໃນນີ້ ສະໂມສອນເດີນສະໜາມຊ້ອມສຳເລັດໂດຍພື້ນຖານ.

ສະໜາມກ໊ອຟສາກົນພູກິ່ວລົມໄດ້ອອກແບບກໍ່ສ້າງຕາມມາດຕະຖານ 5 ດາວ ເພື່ອສ້າງເປັນສະໜາມກ໊ອຟລະດັບສາກົນ. ນອກນັ້ນ ຍັງມີສະໜາມແຂ່ງມ້າສາກົນ, ໂຮງແຮມ ສະຖານທີ່ບັນເທີງ ແລະ ການທ່ອງ ທ່ຽວຄົບວົງຈອນ.

ການກໍ່ສ້າງໄລຍະທີ 1 ມີສະໜາມກ໊ອຟ 18 ຂຸມ 72 ໄມ້ ເປັນສະໜາມກ໊ອບແບບມາດຕະຖານເທິງພູ ສະໂມສອນຕ້ອນຮັບລະດັບ 5 ດາວ.


ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຄງການກໍ່ສ້າງສະໜາມກ໊ອຟສາກົນພູກິ່ວລົມແມ່ນໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານສົ່ງເສີມໃນສັນຍາສະບັບປັບປຸງ ປີ 2014 ໂຄງການດັ່ງກ່າວ ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີເນື້ອທີ່ທັງໝົດ 133 ເຮັກຕາ ໄລຍະທີ 1 ຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ເປີດນຳໃຊ້ຢ່າງເປັນທາງການໃນເດືອນພຶດສະພາ 2023 ລວມມູນຄ່າການກໍ່ສ້າງທັງໝົດ 20 ລ້ານໂດລາສະຫະລັດ.

ສ່ວນໄລຍະ 2 ຂອງໂຄງການຈະມີການກໍ່ສ້າງສູນພັກຜ່ອນຕາກອາກາດຣີສອດນໍ້າອຸ່ນ, ເຮືອນວິນລາທີ່ເປັນເອກະລັກສະເພາະຂອງສະໜາມກ໊ອຟ, ໂຮງແຮມ, ອາພາດເມັ້ນ, ບ້ານນ້ອຍທີ່ເປັນເອກະລັກສະເພາະ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ການບໍລິ ການ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນບັນດາເຜົ່າ.

.