ຫຼິ້ນໃຫຍ່! ຈັບສາວອ້າງ ແລ່ນເອົາເງິນຄືນຈາກຄະດີ ເຈ້ທິບ

126

ຄະດີຂອງເຈ້ທິບທີ່ທຸກຄົນຮູ້ກັນຫຼິ້ນຫວຍເງິນລ້ານ ແລະບໍ່ສາມາດສົ່ງເງິນຄືນມີຄົນນັບພັນຕົກເປັນເຫຍື່ອ ຂະນະນີ້ຍັງຢູ່ໃນການເຮັດວຽກຂອງເຈົ້າໜ້າທີ່ຕາມຂະບວນການທາງກົດໝາຍ ແຕ່ກັບມາບຸກຄົນມາແອບອ້າງວ່າສາມາດແລ່ນເອົາເງິນມາໃຫ້ຜູ້ເສຍຫາຍໄດ້ຈົນມີຫຼາຍຄົນຕົກເປັນເຫຍື່ອອີກ ແຕ່ສຸດທ້າຍໄປບໍລອດໄດ້ຮັບໂທດຕາມກົດໝາຍລາຍຕໍ່ມາໃນຂໍ້ຫາ ສໍ້ໂກງຊັບ.

May be an image of 1 person and indoor

ນາງ ຄິດຕີ້ ໄຊຍະລາດ ອາຍຸ 22 ປີ ອາໄສຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແອບອ້າງຕົວເປັນເຈົ້າໜ້າທີ່ຕໍາຫຼວດ ໂດຍໃຊ່ເລ່ຫຼ່ຽມປະກາດລົງເຟສບຸກ ສາມາດຮັບແລ່ນທວງເງິນຄືນ ຈາກຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ຕໍາຫຼວດ ພວມດຳເນີນຄະດີຢູ່ ມີຄົນຫຼົງເຊືີອໂອນເງິນໃຫ້ຜູ້ກ່ຽວ ລວມມູນຄ່າ 340.000.000 ກວ່າກີບ.

May be an image of 2 people and people standing
ເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 7 ຕຸລາ 2022 ໄດ້ມີຜູ້ຖືກເສຍຫາຍ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ວ່າໃນຊ່ວງຕົ້ນເດືອນຕຸລາ 2022 ຜູ້ຖືກເສຍຫາຍ ໄດ້ເຫັນເຟສບຸກອອກຊື່ ຈັນສະໝອນ ດວງໃຈ Junsamone Dungjai ພ້ອມໂຊເບີວອດແອັບ ໂພສລົງທາງເຟສບຸກ ວ່າ: ຮັບແລ່ນທວງເງິນຄືນໃຫ້ຜູ້ເສຍຫາຍກ່ຽວກັບຄະດີ ນາງ ພອນທິບ ໄຊປັນຍາ ສໍ້ໂກງຊັບ ພວມດຳເນີນຄະດີຢູ່; ຈາກນັ້ນ ໄດ້ມີຜູ້ຫຼົງເຊື່ອ ຕິດຕໍ່ຫາ ນາງ ແຄັດຕີ້ ໄຊຍະລາດ ຜ່ານເບິວອດແອບດັ່ງກ່າວ ແລະ ຖືກຜູ້ກ່ຽວຕົວໃຫ້ໂອນເງິນ ຄ່າແລ່ນທວງເອົາເງິນຄືນ ຈໍານວນ 1 ຄົນ ໂອນເງິນໃຫ້ 31 ຄັ້ງ ລວມເປັນເງິນ 346.500.000 ກີບ;

May be an image of 1 person and indoor

ຫຼັງຈາກໄດ້ເງິນແລ້ວກໍບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້; ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ເພື່ອຕິດຕາມເປົ້າໝາຍ ພ້ອມທັງເກັບກຳຂໍ້ມູນຫຼັກຖານຮ່ອງຮອຍຂອງການກະທຳຜິດ ມາຮອດ ວັນທີ 26 ຕຸລາ 2022 ຈຶ່ງຮູ້ຊື່ຜູ້ກະທໍາຜິດ ຊື່ນາງ ຄິດຕີ້ ໄຊຍະລາດ ພັກອາໃສຢູ່ບ້ານ ຮ່ອງໄກແກ້ວ ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວມາທໍາການ ສອບສວນ.

May be an image of 3 people, people standing and indoorຜ່ານການສອບສວນ ນາງ ຄິດຕີ້ ໄຊຍະລາດ ສາລະພາບວ່າ: ຜູ້ກ່ຽວສ້າງເຟສບຸກປອມ ແລະ ແອບອ້າງຕົວເປັນເຈົ້າໜ້າທີ່ຕຳຫຼວດ ເພື່ອເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອ ໂອນເງິນໃຫ້ຜູ້ກ່ຽວໂດຍນໍາໃຊ້ບັນຊີຂອງບຸກຄົນອື່ນ ເພື່ອສໍ້ໂກງຊັບ, ລວມເປັນເງິນທີ່ໄດ້ຮັບຈາກຜູ້ເສຍຫາຍ ຈຳນວນ 346.500.000 ກີບ ພາຍຫຼັງໄດ້ຮັບເງິນຈາກຜູ້ຖືກເສຍຫາຍແລ້ວກໍໄດ້ນໍາເງິນດັ່ງກ່າວໄປຊື້ສັບສິນມີຄ່າ, ໃຊ້ຈ່າຍສ່ວນຕົວ. ປັດຈຖບັນ ເຈົ້າໜ້າທີ່ໄດ້ດຳເນີນຄະດີຕໍ່ຜູ້ກ່ຽວຕາມຂັ້ນຕອນຂອງກົດໝາຍ.

May be an image of 1 person, standing and text
ເຈ້ທິບ ທີ່ຖືກແອບອ້າງ

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນນີ້ ເຈົ້າໜ້າທີ່ຈຶ່ງຝາກເຕືອນມາຍັງພໍ່ແມ່ປະຊາຊົນພົນລະເມືອງລາວທຸກຄົນ ໃຫ້ມີສະຕິຍ່າຫຼົງເຊື່ອກຸ່ມຄົນບໍ່ດີ ທີ່ມີການໂຄສະນາຜ່ານສື່ສັງຄົມອອນລາຍ ກ່ຽວກັບການແລ່ນທວງເອົາເງິນຄືນຈາກຄະດີນາງພອນທິບ ໄຊປັນຍາ ສໍ້ໂກງຊັບ ທີ່ເຈົ້າໜ້າທີ່ກຳລັງດຳເນີນຢູ່, ຖ້າຫາກມີຜູ້ຖືກເສຍຫາຍມີຄວາມສົນໃຈແມ່ນໃຫ້ເຂົ້າມາພົວພັນໂດຍກົງຢູ່ທີ່ຫ້ອງການກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ.
ຂ່າວ-ພາບຈາກ ຄວາມສະຫງົບ