ສິງກະໂປ ປັບຂຶ້ນພາສີດ້ານການຄ້າເປັນ 8%

30

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານສິງກະໂປ ໄດ້ຕັດສິນໃຈປັບຂຶ້ນພາສີທາງດ້ານການຄ້າຂຶ້ນ ຈາກ 7% ເປັນ 8% ໂດຍມີຜົນນັບແຕ່ຕົ້ນປີ 2023 ເປັນຕົ້ນໄປ.

May be an image of outdoors

ທັງນີ້, ລັດຖະບານສິງກະໂປ ຄາດການວ່າ: ເສດຖະກິດຂອງສິງກະໂປ ຈະຍັງຄົງໄດ້ຮັບແຮງກົດດັນຈາກຄວາມເຄັ່ງຕຶງສະພາບການຂອງໂລກ. ໃນຂະນະທີ່ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ລາຍງານວ່າອັດຕາການຂະຫຍາຍຕົວທາງເສດຖະກິດຂອງປະເທດ ປະຈຳປີ 2022 ວ່າຢູ່ໃນລະດັບ 3,8% ສູງກວ່າທີ່ຄາດການໄວ້ 3,5% ແຕ່ຕ່ຳກວ່າສະຖິຕິການເຕີບໂຕ 7,6% ໃນປີ 2021. ຂະນະທີ່ອັດຕາເງິນເຟີ້ຂອງສິງກະໂປ ຍັງຄົງຢູ່ທີ່ລະດັບສູງກວ່າ 5% ເປັນເວລາຫຼາຍເດືອນ.

May be an image of one or more people

ປັດຈຸບັນອັດຕາພາສີດ້ານການຄ້າ ໄດ້ເພີ່ມຂຶ້ນຈາກ 7% ຂຶ້ນເປັນ 8% ແລະ ຄາດວ່າຈະເພີ່ມຂຶ້ນເປັນ 9% ໃນປີ 2024 ເນື່ອງຈາກລັດຖະບານຕ້ອງການລາຍຮັບໃນຂະແໜງດັ່ງກ່າວນີ້ເຂົ້າໃນງົບປະມານເພີ່ມອີກ ເພື່ອຊ່ວຍເຫຼືອປະຊາກອນຜູ້ອາຍຸສູງ.