ເທສລາ ສົ່ງມອບລົດໄຟຟ້າສູງເປັນປະຫວັດການ ແຕ່ຍັງຕ່ຳກວ່າເປົ້າໝາຍ

31

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 3 ມັງກອນ 2023 ວ່າ: ບໍລິສັດເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ ຂອງສະຫະລັດອາເມຣິກາ ເປີດເຜີຍສະຖິຕິສົ່ງມອບລົດໄຟຟ້າໃຫ້ແກ່ລູກຄ້າທົ່ວໂລກໃນປີ 2022 ຢູ່ທີ່ 1,31 ລ້ານຄັນ ເຊິ່ງເປັນສະຖິຕິສູງສຸດເປັນປະຫວັດການຂອງບໍລິສັດ ແລະ ສູງກວ່າສະຖິຕິເມື່ອປີ 2021 ເຖິງ 40%.

May be an image of car and text

ແນວໃດກໍຕາມ, ສະຖິຕິດັ່ງກ່າວຍັງຕ່ຳກວ່າເປົ້າໝາຍຂອງຜູ້ບໍລິຫານຕັ້ງໄວ້ ໂດຍ ທ່ານ ອີລອນ ມັສ ຜູ້ບໍລິຫານຂອງເທສລາ ຕັ້ງເປົ້າໄວ້ວ່າຈະເພີ່ມຂຶ້ນ 50% ເມື່ອທຽບກັບສະຖິຕິປີ 2021, ລາຍງານລະບຸວ່າ ເທສລາ ໄດ້ສົ່ງມອບໄຕມາດສຸດທ້າຍຂອງປີ 2022 ຢູ່ທີ່ 405.000 ຄັນ, ຕ່ຳກວ່າທີ່ຄາດການໄວ້ ທີ່ຄາດວ່າຈະຢູ່ໃນລະດັບ 427.000 ຄັນ.

May be an image of car, outdoors and text

ທັງນີ້, ເທສລາ ໄດ້ໂຈະສາຍການຜະລິດໃນໂຮງງານນະຄອນຊຽງໄຮ້ຂອງຈີນ ເມື່ອທ້າຍເດືອນທັນວາຜ່ານມາ ເນື່ອງຈາກອຸປະສົງ ( ຄວາມຕ້ອງການ ) ຂອງຕະຫຼາດຈີນ ເຊິ່ງເປັນຕະຫຼາດໃຫຍ່ທີ່ສຸດຂອງໂລກ ບໍ່ເປັນໄປຕາມທີ່ຄາດການໄວ້.