ການທ່ອງທ່ຽວຍີ່ປຸ່ນ ເລີ່ມຄຶກຄື້ນ ເດືອນພະຈິກ ມີນັກທ່ອງທ່ຽວເກືອບ 1 ລ້ານຄົນ

23

ສຳນັກຂ່າວຣອຍເຕີລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ ( JNTO ) ເປີດເຜີຍວ່າ ໃນເດືອນພະຈິກ 2022 ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າຍີ່ປຸ່ນ ເກືອບ 1 ລ້ານຄົນ, ຫຼັງຈາກຍີ່ປຸ່ນຍົກເລີກມາດຕະການຕ່າງໆເພື່ອຄວບຄຸມໂຄວິດ – 19.

May be an image of one or more people, people standing, people walking and street

JNTO ເປີດເຜີຍວ່າ: ໃນເດືອນພະຈິກ ມີນັກທ່ອງທ່ຽວ ແລະ ນັກທຸລະກິດຊາວຕ່າງປະເທດເດີນທາງເຂົ້າຍີ່ປຸ່ນ 934.500 ຄົນ ເພີ່ມຂຶ້ນເກືອບເທົ່າຕົວຈາກເດືອນຕຸລາ, ແຕ່ຕົວເລກດັ່ງກ່າວຍັງບໍ່ເທົ່າ 2/3 ຂອງຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າຍີ່ປຸ່ນ ເມື່ອທຽບໃສ່ກ່ອນເກີດການລະບາດໂຄວິດ – 19.

May be an image of 3 people, road and street

ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ ຍັງລະບຸວ່າ: ໃນປີ 2022 ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າຍີ່ປຸ່ນພຽງແຕ່ 2,46 ລ້ານເທື່ອຄົນ ຖືວ່າເປັນຈຳນວນໜ້ອຍ ເມື່ອທຽບໃສ່ປີ 2019 ທີ່ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ອງທ່ຽວຍີ່ປຸ່ນ ຈຳນວນ 31,8 ລ້ານເທື່ອຄົນ.