ເອດີບີ ປັບຫຼຸດການຂະຫຍາຍຕົວດ້ານເສດຖະກິດ ປະເທດທີ່ກຳລັງພັດທະນາໃນອາຊີລົງ

29

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 14 ທັນວາຜ່ານມາວ່າ: ທະນາຄານພັດທະນາອາຊີ ( ADB)  ໄດ້ປັບຫຼຸດການຄາດການເຕີບໂຕທາງເສດຖະກິດໃນບັນດາປະເທດກຳລັງພັດທະນາໃນອາຊີລົງ ໂດຍປັດໄຈຫຼັກໆມາຈາກມາດຕະການຄວບຄຸມໂຄວິດຂອງຈີນ, ອຸປະສົງທົ່ວໂລກຊະລໍຕົວລົງ ແລະ ຄວາມຂັດແຍ່ງດ້ານການເມືອງຂອງປະເທດມະຫາອຳນາດ.

May be an image of 6 people, people standing and indoor

ເອດີບີ ໄດ້ປັບຫຼຸດຄາດການຂະຫຍາຍຕົວເສດຖະກິດຂອງອາຊີລົງເຫຼືອ 4,2% ໃນປີນີ້, ຈາກ 4,3% ໃນການຄາດການຄັ້ງຜ່ານມາ. ຂະນະທີ່ທ່າອ່ຽງຂອງເສດຖະກິດໃນປີ 2023 ກໍຍັງມືດມົນ ໂດຍໄດ້ປັບຫຼຸດລົງເຫຼືອ 4,6% ຈາກທີ່ເຄີຍຄາດການໄວ້ຄັ້ງຜ່ານມາ ວ່າຈະຂະຫຍາຍຕົວ 4,9%.

ສ່ວນເສດຖະກິດຂອງໄທ ຄາດວ່າຈະຂະຫຍາຍຕົວ 4,0% ຈາກເດີມຄາດວ່າຈະຂະຫຍາຍຕົວ 4,2%. ແຕ່ເມື່ອເບິ່ງໂດຍພາບລວມແລ້ວ ເອດີບີ ລະບຸວ່າ ການຟື້ນຕົວຂອງເສດຖະກິດ ບັນດາປະເທດ ແລະ ເຂດເສດຖະກິດ ທີ່ກຳລັງພັດທະນາ 46 ແຫ່ງໃນອາຊີ ໄດ້ສູນເສຍພະລັງບາງສ່ວນໄປ ຈາກທີ່ເຄີຍຂະຫຍາຍຕົວສູງເຖິງ 7% ເມື່ອປີຜ່ານມາ.

May be an image of 3 people and indoor

ແນວໃດກໍຕາມ, ຫາກເບິ່ງໃນແງ່ບວກ ພົບວ່າ ເສດຖະກິດຂອງປະເທດກຳລັງພັດທະນາໃນອາຊີ ຈະເຕີບໂຕໄວກວ່າພາກພື້ນອື່ນໆຂອງໂລກ ທັງໃນປີນີ້ ແລະ ປີໜ້າ ແລະ ພາກພື້ນອາຊີຍັງເປັນພາກພື້ນທີ່ປະເຊີນກັບອັດຕາເງິນເຟີ້ຕ່ຳທີ່ສຸດ ເມື່ອທຽບກັບພາກພື້ນອື່ນໆ. ເອດີບີ ຍັງປັບຫຼຸດອັດຕາເງິນເຟີ້ໃນອາຊີລົງເຫຼືອ 4,4% ໃນປີນີ້ ຈາກທີ່ເຄີຍຄາດການໄວ້ຢູ່ທີ່ 4,5% ແຕ່ປີ 2023 ຈະເພີ່ມຂຶ້ນເປັນ 4,2% ຈາກທີ່ເຄີຍຄາດການໄວ້ຄັ້ງຜ່ານມາ ຄາດວ່າຈະຢູ່ທີ່ລະດັບ 4,0%.