ໜຸ່ມນ້ອຍໄວໃສ ພົກໃຈມາສູ້ກັບອ້າຍໆອີກ 19 ຄົນໃນເວທີ Mister Laos

174

ເຫຼືອເວລາພຽງແຕ່ທິດດຽວກໍ່ຈະເປັນມື້ຕັດສິນແລ້ວ ສຳລັບເວທີການປະກວດຊາຍງານ Mister Laos 2022 ເຊິ່ງປີນີ້ໜຸ່ມໆທັງ 20 ຄົນກໍ່ກິນກັນບໍລົງອີຫຼີ ໂດຍສະເພາະຖ້າເວົ້າເຖິງຜູ້ເຂົ້າປະກວດໃນເວທີ Mister Laos 2022 ໜຸ່ມໆແຕ່ລະແຂວງລ້ວນແລ້ວແຕ່ມີຄວາມໂດດເດັ່ນ ໂດຍສະເພາະບັນດາຕົວແທນຈາກນະຄອນຫຼວງວຽງຈັນ ແລະ ອີກໜຶ່ງໜຸ່ມທີ່ມາແຮງໃນປີນີ້ນັ້ນກໍ່ຄື ຕົ້ນນໍ້າທິບ ລັດຕະນະວົງ” ຫລື ຕານົບ ໝາຍເລກ 18 ອາຍຸ 17 ປີ ປັດຈຸບັນແມ່ນ ຮຽນຢູ່ໂຮງຮຽນກ້າວໜ້າຊັ້ນມ. 7 ທີ່ສໍາຄັນໜຸ່ມຄົນນີ້ ມີຄວາມສາມາດດ້ານກີລາບານບ້ວງ ແລະ ມັກເຮັດອາຫານ.

.

ໜຸ່ມຕານົບບອກວ່າ ສາເຫດທີ່ຕົນເອງມາປະກວດໃນປີນີ້ ຫຼື ເວທີ Mister Laos ເພາະຢາກເປັນກະບອກສຽງໜຶ່ງທີ່ຢາກໃຫ້ໄວໝຸ່ມລາວຫັນມາໃຊ້ເວລາໃຫ້ເປັນໂຫຍດ ແລະ ຖ້າຕົນເອງໄດ້ເປັນເດິວິນເນີໃນປີນີ້ ກໍ່ຢາກຈະເປັນສ່ວນໜຶ່ງໃນການກະຕຸ້ນໃຫ້ໄວຫນຸ່ມລາວ ກ້າເວົ້າ ກ້າສະແດງອອກ ຫ່າງໄກສິ່ງເສບຕິດ ແລະ ຫັນມາພັດທະນາໂຕເອງໃຫ້ດີຂຶ້ນທຸກໆມື້.

ສໄລັບໜຸ່ມຕານົບແລ້ວນັ້ນ ການຕັດສິນໃຈມາປະກວດກໍ່ບໍ່ໄດ້ມາຫຼິ້ນໆໃດທຸກຄົນນ ເພາະໜຸ່ມຄົນນີ້ຕ້ອງກະກຽມ ບຸກຄະລິກ ທ່າທາງ ຮ່າງກາຍ ແລະ ຈິດໃຈເຕັມ 100 ພ້ອມສູ້ສຸດໃຈໃນການປະກວດຄັ້ງນີ້ ເຖິງວ່າຕົນເອງຈະອາຍຸນ້ອຍພຽງ 17 ປີ ແຕ່ຖ້າເວົ້າເລື່ອງໃຈ ບໍ່ຮອງໃຜຢ່າງແນ່ນອນ ແລະ ໃນຮອບ Final ທີ່ໃກ້ຈະເຖິງນີ້ ໜຸ່ມຄົນນີ້ຈະເທຫມົດຫນ້າຕັກເລີຍ ແລະ ໝັ້ນໃຈວ່າກຳມະການຈະເຫັນເຖິງຄວາມພະຍາຍາມ ແລະ ຄວາມຕັ້ງໃຈ.

ໜຸ່ມຕານົບຍັງບອກຕື່ມວ່າ: 3 ປະໂຫຍກບອກຄວາມເປັນໂຕເອງ “ ທຸ້ມເທ ມຸ່ງຫມັ້ນ ຫມັ້ນໃຈ “ ສ່ວນນິໃສກໍ່ເປັນຄົນອາລົມດີ ກິດຈະກຳຍາມວ່າງມັກຢູ່ເຮືອນເຮັດອາຫານ, ຫຼິ້ນບານບ້ວງ ແລະ ແຕ້ມຮູບ ແລະ ນອກຈາກນີ້ ກໍ່ສົນໃຈຢາກຫລິ້ນຄີບອດ

ແນວກໍ່ກໍ່ຝາກເຊຍໜຸ່ມຄົນນີ້ກັນຫຼາຍໆແນ່ເດີທຸກຄົນ ຜູ້ມີທັງຄວາມຫຼໍ່, ເກັ່ງ ໃນຫຼາຍດ້ານ ແລະ ພ້ອມທີ່ຈະເປັນແບບຢ່າງໃຫ້ກັບສັງຄົມ ແລະ ພັດທະນາຕົນເອງໃນວົງການບັນເທີງລາວ.