ມຽນມາ ສົ່ງອອກສາລີ ຫຼາຍກວ່າ 1,7 ແສນໂຕນ

99

ສຳນັກຂ່າວຊິນຫົວລາຍງານວ່າ: ກະຊວງການຄ້າຂອງມຽນມາ ເປີດເຜີຍວ່າ: ມຽນມາ ໄດ້ສົ່ງອອກສາລີຫຼາຍກວ່າ 177.000 ໂຕນ ໃນເດືອນຕຸລາຜ່ານມາ, ໃນນັ້ນການຈັດສົ່ງທາງທະເລ ລວມມີ 174.970 ໂຕນ ແລະ ຜ່ານດ່ານຊາຍແດນທາງບົກ 2.870 ໂຕນ, ສ້າງລາຍໄດ້ຫຼາຍກວ່າ 53 ລ້ານໂດລາສະຫະລັດ.

May be an image of food

ມຽນມາ ສົ່ງອອກສິນຄ້າສ່ວນໃຫຍ່ ລວມເຖິງສາລີ ຜ່ານທາງທະເລ ເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍສະເພາະການສົ່ງອອກໄປຍັງ ຈີນ, ຟີລິບປິນ, ຫວຽດນາມ, ບັງກລາເທດ, ສີລັງກາ ແລະ ມາເລເຊຍ.

May be an image of 1 person

ທັງນີ້, ເມື່ອປີຜ່ານມາ ມຽນມາ ໄດ້ສົ່ງອອກສາລີ ລວມມີ 2,3 ລ້ານໂຕນ ໄປປະເທດຕ່າງໆ ເຊັ່ນ: ຈີນ, ໄທ, ອິນເດຍ ແລະ ຫວຽດນາມ ໃນໄລຍະປີງົບປະມານ 2020 – 2021. ມຽນມາ ໄດ້ປູກສາລີ ສ່ວນໃຫຍ່ໃນລັດຖານ, ລັດຖະສິນ, ລັດກະຍາ ແລະ ລັດກະຣ່ຽງ ລວມເຖິງພາກພື້ນມັນທະເລ, ຊະໄກ ແລະ ມາກເວ ໂດຍມີຜົນຜະລິດສາລີເກືອບ 3 ລ້ານໂຕນຕໍ່ປີ.