ຫຼໍ່ເຂັ້ມ ໂດດເດັ່ນບໍ່ແພ້ໃຜໃນເວທີ MISTER GLOBAL LAOS 2022

188

ອີກໜຶ່ງໜຸ່ມງານດີແຮງ ໃນເວທີປະກວດສຳລັບ MGL10 ນັ້ນກໍ່ຄື ສັກສິດ ສີຈັນໂທ” ຫຼື ແມັກ
ບອກເລີຍວ່າເປັນສະເປັກຂອງໃຜຫຼາຍຄົນສຳລັບໜຸ່ມກ້າມແໜ້ນ ພ້ອມປະຊັນ ແລະ ສູ້ຢ່າງເຕັມທີ່ໃນເວທີການປະກວດ MISTER GLOBAL LAOS 2022 ເຊິ່ງຮອບຕັດສິນຈະມີຂຶ້ນໃນວັນທີ 19 ເດືອນນີ້ແລ້ວທຸກຄົນ ແລະ ໃຜທີ່ເປັນແຟນຄັບໜຸ່ມຄົນນີ້ແມ່ນຍັງສາມາດໃຫ້ກຳລັງ ແລະ ໂຫວດມາເລື້ອຍໆເດີ.

ໂດຍໜຸ່ມ ແມັກປັດຈຸບັນ ອາຍຸ 26 ປີ ຕອນນີ້ແມ່ນເຮັດວຽກ ກ່ຽວກັບການກວດສອບຄວາມເສຍຫາຍທາງດ້ານຊັບສິນຢູ່ບໍລິສັດປະກັນໄພ ບອກໄດ້ເລີຍວ່າໂປຟາຍບໍ່ທຳມະດາເລີຍ ແລະ ບວກກັບໜຸ່ມຄົນນີ້ເປັນຄົນທີ່ມີຄວາມໝັ້ນໃຈ ໂດຍສະເພາະການມາປະກວດໃນຄັ້ງນີ້ຕົນເອງຄິດວ່າເຊື່ອໝັ້ນວ່າໂຕເອງມີຄົບຕາມທີ່ທາງກອງປະກວດກຳລັງເຟັ້ນຫາຢູ່.

ໂດຍໜຸ່ມແມັກບອກວ່າ: ສຳລັບຈຸດເດັ່ນ ແລະ ຄວາມສາມາດທີ່ຄິດວ່າສຳຄັນສຳລັບການເປັນ Mister Global Laos 2022 ກໍຄືການເປັນຄົນທີ່ມີທັດສະນະຄະຕິໃນທາງບວກ (Positive Mindset) ທັດສະນະຄະຕິທີ່ດີ, ມີຄວາມຮັບຜິດຊອບ ແລະ ທັກສະການສື່ສານທີ່ດີ. ເພາະແມັກເຊື່ອວ່າສິ່ງເຫຼົ່ານີ້ເປັນສີ່ງທີ່ສຳຄັນ ແລະ ທາງກອງປະກວດ Mister Global ຕ້ອງການຄົນທີ່ບຸກຄະລິກແບບນີ້.

ການມາປະກວດຄັ້ງນີ້ແມ່ນກຽມຈິດໃຈ, ຮ່າງກາຍ( ຫຸ່ນ) ແລະ ຄວາມໝັ້ນໃຈໃນຕົນເອງ ໃຫ້ພ້ອມທີ່ສຸດ. ສຳລັບເລື່ອງພາສາອັງກິດກໍ່ເປັນສິ່ງທີ່ໄດ້ເຝິກຝົນຕົວເອງມາກ່ອນຫນ້ານີ້ ແລະ ເປັນສິ່ງທີ່ເຮັດປະຈຳຢູ່ແລ້ວ. ບອກເລີຍວ່າພາສາບໍ່ແມ່ນອຸປະສັກສຳລັບໜຸ່ມຄົນນີ້ເລີຍທຸກຄົນ ສະຫຼຸບແລ້ວ ທັງຫຼໍ, ເກັ່ງ ຄົບມ້ວນດຽວຈົບອີກໜຶ່ງໜຸ່ມໃນເວທີ.

ໂດຍໜຸ່ມແມັກແມ່ນບໍ່ເຄີຍຜ່ານການປະກວດ ແລະ ຍັງບໍ່ເຄີຍມີຜົນງານໃນວົງການບັນເທີງມາກ່ອນ ແຕ່ຄິດວ່າເວທີ Mister Global Laos ນີ້ແຫລະຈະເປັນຈຸດເລີ່ມຕົ້ນ ແລະ ເປັນບາດກ່າວທຳອິດທີ່ເຮັດໃຫ້ໄດ້ຮຽນຮູ້ປະສົບການດີໆຈາກວົງການບັນເທີງໃນລາວເຮົາ. ໂດຍໜຸ່ມແມັກຍັງບອກອີກວ່າ: ການເປັນ Mister Global Laos ເປັນຕຳແໜ່ງທີ່ມີກຽດ ເຊິ່ງຈະມາພ້ອມໜ້າທີ່ຮັບຜິດຊອບ ເຊິ່ງມັນຈະເປັນກ້າວແລກໃຫ້ແມັກໃນການຂ້າມຜ່ານຄວາມຢ້ານ, ຄວາມບໍ່ໝັ້ນໃຈ ແລະ ກ້າວໄປອີກລະດັບໜຶ່ງຂອງຊີວິດ.

ໂດຍຖ້າຫາກວ່າຕົນເອງໄດ້ເປັນ Mister Global Laos ອາດເປັນການສ້າງແຮງບັນດານໃຈໃຫ້ໄວໜຸ່ມລາວຜູ້ທີ່ມີຄວາມຝັນ ແຕ່ຍັງບໍ່ກ້າ, ບໍ່ໝັ້ນໃຈໃນໂຕ ໄດ້ລອງເປີດໂອກາດໃຫ້ໂຕເອງໄດ້ລອງເຮັດສິ່ງໃໝ່ໆ, ອອກຈາກ comfort zone ຂອງໂຕເອງ ອອກມາສະແດງສັກກະຍະພາບ ແລະ ຄວາມສາມາດຂອງຕົນເອງໃຫ້ Global ໄດ້ຮູ້. ແລະ ຍັງກ່າວຖິ້ມທ້າຍເຖິງທຸກຄົນວ່າ: ຢາກໃຫ້ທຸກຄົນໃສ່ໃຈສຸຂະພາບໃຫ້ຫຼາຍຂຶ້ນທັງສຸພາບຮ່າງກາຍ ແລະ ຈິດໃຈ ໂດຍການເຮັດກິດຈຳງ່າຍໆຄື: ການອອກກຳລັງກາຍ ແລະ ການສົ່ງພະລັງບວກໃຫ້ກັນ ແລະ ກັນ.

ເຫັນຫຼໍ່ເຂັ້ມແບບນີ້ທຸກຄົນຮູ້ບໍວ່າໜຸ່ມເປັນຄົນ ຕະຫລົກມັກມ່ວນ ກວນໆຫນ້ອຍນຶ່ງຫາປານກາງ ຮາຮາ. ແຕ່ຖ້າຕອນເຮັດວຽກກໍຈະຈິງຈັງຫລາຍ. ກິດຈະກຳຍາມວ່າງແມ່ນມັກຈະໃຊ້ເວລາຢູ່ກັບການອອກກຳລັງກາຍຫລິ້ນກີລາ, ການຍ່າງປ່າ, ການປີນພູ, ການຕັ້ງແຄັມ ແລະ ການທ່ອງທ່ຽວ ຊົມທຳມະຊາດໃນສະຖານທີ່ຕ່າງໆ.