ເອດີບີ ອະນຸມັດເງິນກູ້ໃຫ້ ກຳປູເຈຍ 70 ລ້ານໂດລາ

77

ສຳນັກຂ່າວຊິນຫົວລາຍງານວ່າ: ທະນາຄານພັດທະນາອາຊີ ( ADB ) ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງມານິລາ ຂອງຟີລິບປິນ ເປີດເຜີຍວ່າ ADB ໄດ້ອະນຸມັດເງິນກູ້ຢືມ 70 ລ້ານໂດລາສະຫະລັດ ໃຫ້ແກ່ ກຳປູເຈຍ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານກຳປູເຈຍ ໃນການສືບຕໍ່ຈັດຕັ້ງປະຕິບັດໂຄງການສຶກສາຄົ້ນຄວ້າທາງວິທະຍາສາດ – ເຕັກໂນໂລຊີ, ວິສະວະກຳສາດ ຫຼື ສະເຕັມ ( STEM ) ລະດັບມັດທະຍົມສຶກສາຕອນປາຍ ທົ່ວປະເທດ.

May be an image of 4 people, outdoors and monument

ໂຄງການດັ່ງກ່າວ ຈະຊ່ວຍໃຫ້ ກຳປູເຈຍ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ໂດຍສະເພາະສາຂາວິທະຍາສາດ – ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ ເນື່ອງຈາກ ກຳປູເຈຍ ປາຖະໜາຈະປ່ຽນຜ່ານລະບົບເສດຖະກິດຂອງປະເທດ ໃຫ້ເປັນເສດຖະກິດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີ – ນະວັດຕະກຳ.

May be an image of 2 people, outdoors and monument