ແລ່ນລົດໄຟເພີ່ມ 1 ຄູ່ ນະຄອນຫຼວງວຽງ ຫາ ຫຼວງພະບາງ ຮອງຮັບການເດີນໄລຍະບຸນຊ່ວງເຮືອນີ້

196

ບໍລິສັດລົດໄຟລາວ-ຈີນ ຈຳກັດ ແຈ້ງການເພີ່ມຖ້ຽວ ລົດໄຟຜູ້ໂດຍສານ ຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ໃນວັນທີ  10-13 ຕຸລານີ້

ໂດຍໃຫ້ຮູ້ວ່າ: ພວກເຮົາໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ,  ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານໃນບຸນອອກພັນສາ ແລະ ບຸນຊ່ວງເຮືອທີ່ຈະມາເຖິງນີ້,

ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໄປກັບ 1 ຄູ່ໃນວັນທີ 10-13 ຕຸລາ 2022. ດັ່ງຕາຕະລາງແລ່ນລົດໄຟລຸ່ມນີ້

ຕາຕະລາງແລ່ນລົດໄຟ ວັນທີ 10-13 ຕຸລາ