ບານເຕະຍິງ ໃນລາຍການບານເຕະແຫ່ງຊາດ ຖະແຫຼງຂ່າວແລ້ວພ້ອມແຂ່ງຂັນວັນອາທິດນີ້ 2 ຄູ່ພ້ອມກັນ

107

ການແຂ່ງຂັນບານເຕະທົ່ວປະເທດ ປະຈໍາປີ 2022 ປ່ຽນຊື່ມາເປັນບານເຕະແຫ່ງຊາດ ໂດຍມີທີມຍິງແຈ້ງເຈດຈໍານົງເຂົ້າຮ່ວມຊີງໄຊ 9 ທີມ ໂດຍຈະເລີ່ມແຂ່ງຂັນວັນອາທິດທີ 9 ຕຸລາ 2022, ສ່ວນ ບານເຕະຊາຍ ມີ 16 ທີມຮ່ວມຊີງໄຊ ເລີ່ມແຂ່ງຂັນທ້າຍເດືອນຕຸລາ 2022.

ຫຼ້າສຸດໃນຕອນເຊົ້າຂອງວັນທີ 8 ຕຸລາ 2022 ທີ່ຫ້ອງປະຊຸມຊັ້ນ 3 ສະຫະພັນບານເຕະແຫ່ງຊາດລາວ ໄດ້ມີທີຖະແຫຼງຂ່າວຄວາມພ້ອມກ່ອນການແຂ່ງຂັນບານເຕະຍິງ ໂດຍມີຫົວໜ້າຄູຝຶກຂອງແຕ່ລະທີມເຂົ້າຮ່ວມ.
ໃນນັ້ນຄູຝຶກຂອງທີມບານເຕະຍິງແຂວງໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຈໍາປາສັກ ກໍໄດ້ລາຍງານຄວາມພ້ອມຂອງແຕ່ລະທີມ ໂດຍສ່ວນໃຫຍ່ກໍລາຍງານວ່າພ້ອມເກືອບ 100% ແລະ ຫວັງເຂົ້າຮອບຕໍ່ໄປ.

ສໍາລັບ ການແຂ່ງຂັນບານເຕະປະເພດທີມຍິງມີ 9 ທີມເຂົ້າຮ່ວມເລີມແຂ່ງຂັນລະຫວ່າງວັນທີ 8 ຫາ 21 ຕຸລາ 2022 ໂດຍແບ່ງເປັນສອງສາຍຄື:
– ສາຍ ກ ມີ: ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ວຽງຈັນ ແລະ ແຂວງ ໄຊຍະບູລີ
– ສາຍ ຂ ປະກອບມີ: ແຂວງ ສະຫວັນນະເຂດ, ແຂວງ ບໍລິຄໍາໄຊ, ແຂວງ ອຸດົມໄຊ ແລະ ແຂວງ ຊຽງຂວາງ

ໂດຍຈະຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມຜ່ານເຂົ້າຮອບ 4 ທີມສຸດທ້າຍ.
ໂດຍຕາຕະລາງແຂ່ງຂັນນັດທໍາອິດແຂ່ງຂັນວັນທີ 9 ຕຸລ 2022 ດັ່ງນີ້:
-ແຂວງຈໍາປາສັກ ພົບ ແຂວງວຽງຈັນ ເວລາ 16:00 ໂມງແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ ( ສະໜາມໃນ )

-ນະຄອນຫຼວງວຽງຈັນ ພົບກັບ ແຂວງຫຼວງພະບາງ ເວລາ 16:00 ໂມງແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ )