ສປຊ ລະດົມເງິນຊ່ວຍເຫຼືອປາກິດສະຖານ ເພີ່ມ

33

ສໍານັກຂ່າວຕ່າງປະເທດລາຍງານວ່າ ອົງການສະຫະປະຊາຊາດ ( ສປຊ ) ໄດ້ຮຽກຮ້ອງໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງຕ່າງໆທົ່ວໂລກບໍລິຈາກເງິນຊ່ວຍເຫຼືອໃຫ້ແກ່ປາກິດສະຖານ ເພີ່ມຂຶ້ນຈາກ 160 ລ້ານໂດລາສະຫະລັດໃນເບື້ອງຕົ້ນ ມາເປັນ 816 ລ້ານໂດລາສະຫະລັດ.

May be an image of one or more people, people standing, crowd and outdoors

ເງິນບໍລິຈາກດັ່ງກ່າວ ຈະນໍາໄປຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງປາກິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 1.696 ຄົນ ແລະ ບໍ່ມີທີ່ຢູ່ອາໄສ ປະມານ 7,9 ລ້ານຄົນ ເນື່ອງຈາກປັດຈຸບັນ ປາກິດສະຖານ ຍັງຂາດແຄນຢາປິ່ນປົວພະຍາດ ແລະ ເຄື່ອງໃຊ້ທີ່ຈຳເປັນໃນການດຳລົງຊີວິດ ໄລຍະລະດູໜາວຈະມາເຖິງ.

No photo description available.