ຢູ 17 ລາວ ພົບ ຮົງກົງ ແລງມື້ນີ້ ນັດນີ້ສຸດສໍາຄັນໃນການລຸ້ນໄປຕໍ່

89

ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 17 ປີລົງແຂ່ງຂັນບານເຕະຊີງແຊັມອາຊີ ຮອບຄັດເລືອກລາຍການ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ທີ່ປະເທດ ກຽກກິດສະຖານ ໂດຍນັດທໍາອິດເກີດຂຶ້ນໃນຕອນແລງຂອງວັນທີ 5 ຕຸລາ 2022 ພົບກັບ ອີຣານ ປາກົດວ່າ: ເຄິ່ງເວລາທໍາອິດ ຢູ 17 ລາວ ຕ້ານໄດ້ດີ ແລະ ມີໂອກາດລຸ້ນປະຕູ ໂດຍສເພາະຈັງຫວະ ປີເຕີ້ ພັນທະວົງ ປັ່ນບານຕໍາເສົາອອກໄປຢ່າງໜ້າເສຍດາຍ, ສ່ວນເຄິ່ງເວລາທີ 2 ອີຣານ ຄອງເກມໄດ້ໝົດ ກ່ອນໄດ້ 3 ປະຕູລວດ ເອົາຊະນະ ຢູ 17 ລາວ 3-0.

ຫຼ້າສຸດເມື່ອວັນທີ 6 ຕຸລາ 2022 ໄດ້ລົງຊ້ອມໜັກ ເພື່ອກຽມຄວາມພ້ອມລົງສະໜາມນັດທີ 2 ນັດສໍາຄັນທີ່ຈະພົບກັບ ຮົງກົງ ວັນທີ 7 ຕຸລາ 2022 ເວລາ 15:00 ໂມງ ( ກົງກັບເວລາ 16:00 ໂມງໃນປະເທດລາວ ) ເຊິ່ງເປັນນັດສໍາຄັນ ເພາະຖ້າຫາກເສຍນັດນີ້ກໍຈະຕົກຮອບທັນທີ

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek ປະເທດກຽກກິດສະຖານ ນັດຕໍ່ໄປ ມີດັ່ງນີ້:
ລາວ ພົບ ຮົງກົງ
– ວັນທີ 9 ຕຸລາ 2022 ເວລາ 17:30 ໂມງ ກຽກກິດສະຖານ ພົບ ລາວ

ຂ່າວ: Larh Creators ; ຮູບຈາກ: ສຕລ