ນໍ້າໝາກຂາມປ້ອມມີຫຼາຍແນວດີ

113

ໃນເມື່ອກ່ອນຄົນເຮົາເຄີຍກິນໝາກຂາມປ້ອມແບບສົດໆ ເພື່ອເພີ່ມວິຕາມິນຊີແລະ ສ້າງພູມຕ້ານທານແກ່ຮ່າງກາຍຕາມຄວາມຕ້ອງການບາງໄລຍະ ແຕ່ບໍ່ຄ່ອຍໄດ້ສົນໃຈວ່າ ຈະກິນເພື່ອເປັນຢາ ຫຼື ເພື່ອຮັກສາສຸຂະພາບ ຕ່າງກັບປັດຈຸບັນເພິ່ນໄດ້ມີການຄົ້ນຄວ້າ ແລະ ປຸງແຕ່ງໃຫ້ເປັນຜະລິດຕະພັນສໍາເລັດຮູບທີ່ມີປະໂຫຍດຕໍ່ຮ່າງກາຍໃນການບໍລິໂພກ.
ນີ້ກໍແມ່ນອີກໜຶ່ງຜະລິດຕະພັນທີ່ສູນສົ່ງເສີມຜະລິດຕະພັນລາວປອດສານພິດໄດ້ຄົ້ນຄິດ ແລະ ເຮັດອອກມາຮັບໃຊ້ສັງຄົມ ໂດຍສະເພາະກຸ່ມຄົນອາຍຸສູງທີ່ຮັກສຸຂະພາບມັກຈະຊື້ໄປບໍລິໂພກປະຈໍາ ເພື່ອໃຫ້ໄດ້ສັບພະຄຸນທາງການຢາຕາມທີ່ຜູ້ຜະລິດໄດ້ຄົ້ນຄວ້າ ແລະ ປຸງແຕ່ງອອກມາ.


ສັບພະຄຸນ ລະບຸວ່າ: ຊ່ວຍປ້ອງກັນ ແລະ ປິ່ນປົວພະຍາດຫວັດ, ໄອ; ຊ່ວຍປ້ອງກັນພະຍາດເລືອດອອກຕາມເຟັນແຂ້ວ, ຊ່ວຍປ້ອງກັນມະເຮັງ, ຫົວໃຈ, ຊ່ວຍໃຫ້ຂັບຖ່າຍສະດວກ, ຊ່ວຍຫຼຸດພາວະການອັກເສບຕ່າງໆ; ຊ່ວຍປິ່ນປົວບັນຫາເສັ້ນເລືອດອັດຕັນໃນຫຼອດເລືອດດໍາ, ຊ່ວຍສ້ອມແຊມເສັ້ນເລືອດຝອຍ, ຊ່ວຍໃນການປິ່ນປົວແຜສົດ, ຊ່ວຍຕໍ່ຕ້ານການສ້າງສານກໍ່ມະເຮັງ ແລະ ອື່ນໆ.
ນໍ້າໝາກຂາມປ້ອມທີ່ວ່ານີ້ແມ່ນໄດ້ບັນຈຸໃສ່ກວດແກ້ວທີ່ມີຝາປິດແໜ້ນ ແລະ ມີການຫຸ້ມຫໍ່ງົດງາມ ເມື່ອຊື້ໄປກໍສາມາດໄຂຝາແລ້ວດື່ມມື້ລະຈອກນ້ອຍພໍເປັນຢາ ຄຸນຄ່າທາງໂພຊະນາການກໍຈະຄ່ອຍໆຊຶມຊັບເຂົ້າສູ່ຮ່າງກາຍມື້ລະໜ້ອຍ ແລະ ເປັນຜົນດີໃນທີ່ສຸດ.
ທີ່ຜ່ານມາປະເພດນໍ້າໝາກຂາມປ້ອມນີ້ ກໍມີຫຼາຍຄົນທີ່ສົນໃຈຊື້ປະຈໍາ ໂດຍສະເພາະແມ່ນກຸ່ມຄົນອາຍຸສູງ ເຊິ່ງໃນຄວາມເປັນຈິງນອກຈາກຈະຊື້ໄວ້ດື່ມເອງແລ້ວ ກໍສາມາດຊື້ໄປຝາກຕ້ອນຄົນຮູ້ຈັກຮັກແພງ ຫຼື ຄົນໃນຄອບຄົວໄດ້ອີກດ້ວຍ.ນໍ້າໝາກຂາມປ້ອມບັນຈຸກວດ ເປັນຜະລິດຕະພັນທີ່ສໍາເລັດຮູບທີ່ສະດວກຕໍ່ການພົກພາ ແລະ ເກັບຮັກສາງ່າຍໃນສະຖານທີ່ຮົ່ມ ຫຼື ອຸນຫະພູມເຢັນ, ພ້ອມດຽວກັນນັ້ນຍັງສາມາດຖືໄປບໍລິໂພກເວລາເດີນທາງໄກ ຫຼື ຝາກສົ່ງໃຫ້ຄົນທີ່ຢູ່ຫ່າງໄກໄດ້ເຊັ່ນກັນ.


ທ່ານ ຄໍາສິງ ສີຫາເທບ ຜູ້ອໍານວຍການສູນສົ່ງເສີມຜະລິດຕະພັນລາວປອດສານພິດ ບອກວ່າ: ນໍ້າໝາກຂາມປ້ອມນີ້ມີແນວດີຫຼາຍກວ່າທີ່ເຮົາຄິດ, ເຮັດໃຫ້ຫຼາຍຄົນຊື້ໄປບໍລິໂພກແລ້ວກັບມາຊື້ອີກ ແລະ ບາງຄົນກໍຊື້ເປັນຂອງຝາກຂອງຕ້ອນໃຫ້ກັນກໍມີ ເຊິ່ງທາງສູນຍັງໄດ້ເຮັດເປັນກະຕ່າຂອງຂວັນທີ່ມີສ່ວນປະສົມຫຼາຍໆຜະລິດຕະພັນໄວ້ນໍາກັນໃຫ້ຫຼາຍຄົນເລືອກຊື້ໄປມອບຕໍ່ໃນໂອກາດສໍາຄັນຕ່າງໆນໍາອີກ.
ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.