ຝຸ່ນຂີ້ກະເດືອນຈຸລິນຊີ ທີ່ຜ່ານການກັ່ນຕອງຈາກລໍາໄສ້ຂອງຂີ້ກະເດືອນ

344

ຄໍາວ່າ “ ຂີ້ກະເດືອນ ” ຫຼາຍໆຄົນຄົງຮູ້ຈັກ ແຕ່ຄໍາວ່າ “ ຝຸ່ນຂີ້ກະເດືອນ ” ຈະເປັນທີ່ສົນໃຈຂອງໃຜຕໍ່ໃຜຫຼາຍໆຄົນ ທີ່ອາດຍັງບໍ່ເຄີຍນໍາໃຊ້ ແລະ ຍັງບໍ່ຮູ້ວ່າຈະໃຊ້ແນວໃດ, ຮັກສາແນວໃດ ແລະ ມີດີແນວໃດ?.
ຈາກຄໍາບອກເລົ່າຂອງຜູ້ທີ່ເຮັດຝຸ່ນຂີ້ກະເດືອນ ບຸກຄົນໜຶ່ງຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການລ້ຽງຂີ້ກະເດືອນເພື່ອເອົາຝຸ່ນນີ້ ກໍບໍ່ຍາກປານໃດ ຂໍພຽງແຕ່ເຮົາມີໃຈອົດທົນພຽນເບິ່ງແຍງ ເຊິ່ງຝຸ່ນຂີ້ກະເດືອນທີ່ໄດ້ມາ ແມ່ນເປັນຝຸ່ນທໍາມະຊາດທີ່ເໝາະແກ່ການປຸງດິນ ແລະ ສະໜອງທາດອາຫານໃຫ້ແກ່ພືດທຸກຊະນິດບໍ່ວ່າຈະເປັນຕົ້ນໄມ້ກິນໝາກ, ຕົ້ນໄມ້ປະດັບ, ພືດກິນລໍາ, ດອກໄມ້ ແລະ ພືດຜັກຕ່າງໆ ກໍສາມາດໃສ່ໄດ້ ແລະ ບໍ່ມີຜົນຂ້າງຄຽງໃດໆ.


ຝຸ່ນຂີ້ກະເດືອນແມ່ນສ່ວນເສດຂອງທາດອາຫານທີ່ຂີ້ກະເດືອນໄດ້ກືນກິນລົງໄປ ແລ້ວຖ່າຍເທອອກມາ ທີ່ກາຍເປັນສ່ວນປະສົມຈາກລໍາໄສ້ຂອງຂີ້ກະເດືອນແລ້ວກາຍເປັນຝຸ່ນ ແລະ ນີ້ກາຍເປັນຜະລິດຕະພັນທີ່ສາມາດສ້າງລາຍຮັບໃຫ້ຜູ້ລ້ຽງຂີ້ກະເດືອນໄດ້ເຊັ່ນກັນ.
ໂດຍການຄົ້ນຄວ້າທາງວິທະຍາສາດໄດ້ຄໍານວນໄວ້ວ່າ: ເປັນຝຸ່ນທີ່ມີເຊື້ອຈຸລິນຊີຫຼາຍກວ່າ 100 ຊະນິດ ຊ່ວຍປັບສະພາບດິນສະໜອງທາດອາຫານໃຫ້ພືດຜັກ, ຕົ້ນໄມ້ປະດັບ, ຕົ້ນໄມ້ກິນໝາກ… ນອກຈາກໄວ້ໃສ່ບໍາລຸງລ້ຽງພືດຜັກ, ພັນໄມ້ຕ່າງໆແລ້ວຍັງສາມາດໃຊ້ໃນບໍ່ລ້ຽງສັດນໍ້າ ແລະ ຕົ້ນເຂົ້າ ຊ່ວຍກໍາຈັດແມງໄມ້, ເຊື້ອຣາ ແລະ ອື່ນໆ.
ການນໍາໃຊ້ໂດຍທົ່ວໄປປະເພດຕົ້ນໄມ້ປະດັບ, ດອກໄມ້, ໄມ້ໃນກະຖັງ ແມ່ນໃສ່ໃນປະລິມານ 1 – 3 ບ່ວງແກງທຸກໆ 1 – 2 ອາທິດ; ສ່ວນຕົ້ນໄມ້ກິນໝາກ, ໄມ້ຢືນຕົ້ນໃຊ້ໂຮຍອ້ອມຕົ້ນ 1 – 3 ກິໂລທຸກໆ 4 – 6 ເດືອນ ຖືວ່າພຽງພໍຕໍ່ການສະໜອງທາດຈຸລິນຊີທີ່ຊ່ວຍໃຫ້ມີການຈະເລີນເຕີບໂຕຂອງພືດໄດ້ຢ່າງສົມສ່ວນ.
ສໍາລັບການເກັບຮັກສາກໍງ່າຍໆ ພຽງແຕ່ເກັບໄວ້ບ່ອນຮົ່ມບໍ່ໃຫ້ຖືກແດດ ເພາະຫາກຖືກແດດ ຫຼື ຖືກຄວາມຮ້ອນຫຼາຍເກີນໄປກໍຈະເຮັດໃຫ້ເຊື້ອ ຫຼື ທາດຈຸລິນຊີຕາຍໄປ ເຮັດໃຫ້ຝຸ່ນເສຍຄຸນນະພາບ ຫຼື ສູນເສຍຄຸນຄ່າທາງທາດອາຫານໄປ ໂດຍການຮັກສາໄວ້ດົນສຸດບໍ່ຄວນເກີນ 6 ເດືອນ ໝາຍຄວາມວ່າຫຼັງຈາກເກັບທ້ອນອອກຈາກບ່ອນລ້ຽງຂີ້ກະເດືອນໃສ່ພາຊະນະແລ້ວ ແມ່ນໃຫ້ນໍາເອົາຝຸ່ນນັ້ນໄປຂາຍ ຫຼື ໄປໃສ່ເປັນຝຸ່ນພືດໄດ້ເລີຍ ແລະ ຄວນນໍາໃຊ້ໃຫ້ໝົດພາຍໃນ 6 ເດືອນ.
ເມື່ອມີຝຸ່ນຂີ້ກະເດືອນແລ້ວ ການນໍາໃຊ້ໃສ່ພືດຜັກ, ຕົ້ນໄມ້ໃນປະລິມານເໝາະສົມ ຈະສົ່ງຜົນດີຕໍ່ການຈະເລີນເຕີບໂຕຂອງພືດໄດ້ຢ່າງສົມສ່ວນ ບໍ່ມີຜົນຂ້າງຄຽງໃດໆ.