“ ຍອດດອຍ ນໍ້າເຜິ້ງປ່າ ” ຜະລິດຕະພັນທໍາມະຊາດ ແຂວງຫຼວງນໍ້າທາ

428

 

ຂຶ້ນຊື່ວ່າ “ ນໍ້າເຜິ້ງ ” ຄົງບໍ່ຈໍາເປັນອະທິບາຍຍາວ ຫຼາຍຄົນກໍຮູ້ ໂດຍສະເພາະລົດຊາດ ແລະ ສັບພະຄຸນທີ່ດີຕໍ່ຮ່າງກາຍ ພ້ອມສາມາດນໍາໄປປຸງແຕ່ງເປັນຢາໄດ້ອີກດ້ວຍ. ຍ້ອນແນວນັ້ນ, ຫຼາຍໆຄົນຈຶ່ງນິຍົມນໍາເອົານໍ້າເຜິ້ງທໍາມະຊາດມາສະສົມໄວ້ ແລະ ຈໍາໜ່າຍສູ່ສັງຄົມ ເຊິ່ງສາມາດສ້າງລາຍຮັບໄດ້ເປັນຢ່າງດີ.

ສໍາລັບມື້ນີ້ ຍິນດີນໍາສະເໜີ ຜະລິດຕະພັນ ນໍ້າເຜິ້ງປ່າ ທີ່ໄດ້ມາຈາກ “ ກຸ່ມຜະລິດກະສິກໍາ ແລະ ອະນຸຮັກເຄື່ອງປ່າຂອງດົງແບບຍືນຍົງ ” ຢູ່ແຂວງ ຫຼວງນໍ້າທາ ເຊິ່ງຜູ້ຊື້ໄດ້ມີການຄັດກັ່ນນໍ້າເຜິ້ງສົດມາບັນຈຸໃສ່ພາຊະນະ ເພື່ອອອກຈໍາໜ່າຍທີ່ປ່ຽມລົ້ນດ້ວຍຄຸນນະພາບ.


ກຸ່ມຜະລິດກະສິກຳ ແລະ ອະນຸຮັກເຄື່ອງປ່າຂອງດົງ ໄດ້ສ້າງຕັ້ງຂຶ້ນໃນປີ 2016 ເຊິ່ງແມ່ນກຸ່ມໜຶ່ງທີ່ສ້າງຕັ້ງຂຶ້ນເພື່ອປັບປຸງລະບົບການຜະລິດກະສິກໍາ ແລະ ອະນຸຮັກເຄື່ອງປ່າຂອງດົງ ມາຮອດປີ 2020 ໄດ້ມີ 6 ບ້ານເຂົ້າຮ່ວມໂຄງການສົ່ງເສີມການລ້ຽງເຜິ້ງ ຄື: ບ້ານນໍ້າຂອນ, ບ້ານນ້ຳຕະລານ, ບ້ານນ້ຳປີກ, ບ້ານນ້ຳແກນ້ອຍ, ບ້ານສາມຍອດ ແລະ ບ້ານສີດາ ລວມທັງໝົດ 68 ຄອບຄົວ.
ປັດຈຸບັນກຸ່ມຜະລິດກະສິກຳ ແລະ ອະນຸຮັກເຄື່ອງປ່າຂອງດົງເມືອງຫຼວງນໍ້າທາ ສາມາດຜະລິດນ້ຳເຜິ້ງປ່າ ອອກຈຳໜ່າຍສູ່ທ້ອງຕະຫຼາດຕາມ ຄວາມຕ້ອງການຂອງລູກຄ້າ ແລະ ໃສ່ຊື່ຜະລິດຕະພັນວ່າ: “ ຍອດດອຍ ນໍ້າເຜິ້ງປ່າ ”.

ຍ້ອນເຫັນໄດ້ເຖິງຄວາມຕັ້ງໃຈ, ຮັກສາໄດ້ທາງດ້ານຄຸນນະພາບ, ປະກອບກັບການພັດທະນາຢ່າງຕໍ່ເນື່ອງ ແລະ ເພື່ອສົ່ງເສີມພູມປັນຍາທ້ອງຖິ່ນ ໃນປີ 2022 ຜ່ານມາ ທາງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງກໍຄືກະຊວງທີ່ກ່ຽວຂ້ອງ ກໍໄດ້ຮັບຮອງເອົາຜະລິດຕະພັນນໍ້າເຜິ້ງປ່າ ບ້ານນ້ຳທຸງ ແລະ ຜະລິດຕະພັນເຫຼົ້າເຂົ້າກໍ່າ ບ້ານນ້ຳແງ້ນເມືອງຫຼວງນ້ຳທາ ເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ( ODOP ).

ຜະລິດຕະພັນ “ ຍອດດອຍ ນໍ້າເຜິ້ງປ່າ ” ມີຫຼາຍຂະໜາດບັນຈຸ ແລະ ມີລາຄາແຕກຕ່າງກັນ ເຊິ່ງນໍ້າເຜິ້ງທຸກໆກວດບັນຈຸລ້ວນມີສັບພະຄຸນແບບດຽວກັນອັນປະກອບດ້ວຍຄວາມຊຸ່ມຊື່ນ, ແຮ່ທາດ, ນໍ້າຕານ, ໂປຣຕິນ ແລະ ວິຕາມິນຕ່າງໆ ເຊິ່ງຜູ້ຊື້ສາມາດນໍາໃຊ້ເປັນຢາບໍາລຸງຜິວພັນເຮັດໃຫ້ເນື້ອໜັງນຸ່ມນວນ, ບໍາລຸງຮ່າງກາຍໃຫ້ສຸຂະພາບດີດ້ວຍການດື່ມປະສົມນໍ້າໝາກນາວ ຫຼື ດອງເຫຼົ້າດື່ມ, ເປັນຢາດີເຈັບກະເພາະ, ທົດແທນການເສຍນໍ້າໃນຮ່າງກາຍ, ທາບາດແຜຕຸ່ມເປື່ອຍ – ນໍ້າຮ້ອນລວກ…
ຖ້າທ່ານໃດສົນໃຈສາມາດສັ່ງຊື້ໄດ້ຜ່ານທາງເຟສບຸ໊ກ Yord Doiy Wild honey ຍອດດອຍ ນໍ້າເຜິ້ງປ່າ ຫຼື ຈະໄປຫາຊື້ກັບທີ່ກໍໄດ້ຢູ່ບ້ານນໍ້າທຸງ ເມືອງ ແລະ ແຂວງຫຼວງນໍ້າທາ.