ຜະລິດຕະພັນຊາລາວ ໄດ້ຮັບລາງວັນຢືນຢັນມາດຕະຖານລະດັບໂລກ

303

ສິນຄ້າລາວຫຼາຍປະເພດ, ຫຼາຍຍີ່ຫໍ້ທີ່ມີຊື່ສຽງ ແລະ ສາມາດຄອງໃຈຜູ້ບໍລິໂພກຢູ່ຕ່າງແດນ ແຕ່ອີກໜຶ່ງຜະລິດຕະພັນທີ່ໄດ້ຮັບການຢືນຢັນຄຸນນະພາບລະດັບໂລກ ນັ້ນກໍຄື ຊາ ຈາກສວນຊາ 36 ທີ່ຜະລິດ ແລະ ຈໍາໜ່າຍໂດຍ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ.
ນັບແຕ່ປີ 2003 ເປັນຕົ້ນມາ ງານວາງສະແດງຊາໂລກ ໄດ້ຈັດຂຶ້ນທຸກໆປີ ເຊິ່ງເປັນ 1 ໃນ 50 ງານວາງສະແດງສາກົນທີ່ຍິ່ງໃຫຍ່ທີ່ສຸດໃນອາເມຣິກາເໜືອ, ງານແຕ່ລະປີແມ່ນໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍເຊື້ອຊາດນັບຮ້ອຍລ້ານຄົນ, ນັກຊື້ມືອາຊີບຈາກ 50 ກວ່າປະເທດ ແລະ ຮ້ານວາງສະແດງຈາກຫຼາຍຮ້ອຍແຫ່ງທົ່ວໂລກ ເຊິ່ງໃນປັດຈຸບັນເປັນງານວາງສະແດງສິນຄ້າອຸດສາຫະກຳສາກົນທີ່ມີຫຼາຍປະເທດເຂົ້າຮ່ວມ.ເມື່ອເດືອນກັນຍາ ປີ 2021, ຄະນະກຳມະການ ຈັດຕັ້ງລາງວັນອຸດສາຫະກຳຊາໂລກ ໄດ້ທົບທວນປະຫວັດຂອງບໍລິສັດ, ປະລິມານການຜະລິດ, ຄຸນນະພາບຂອງຜະລິດຕະພັນ, ສະພາບແວດລ້ອມທ້ອງຖິ່ນທີ່ເປັນເອກະລັກ, ພາຊະນະການຫຸ້ມຫໍ່ ແລະ ມາດຕະຖານສາກົນອື່ນໆຂອງຫຼາຍໆບໍລິສັດທີ່ເຂົ້າຮ່ວມ ແລະ ສຸດທ້າຍຄະນະກຳມະການ ກໍໄດ້ຕັດສິນມອບລາງວັນຊະນະເລີດໃນປີ 2021 ປະເພດຊາແດງໃຫ້ແກ່ຊາຂອງສວນຊາ 36.


ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ ໄດ້ຮວບຮວມການອະນຸຮັກ, ເກັບກ່ຽວຜະລິດ ແລະ ຈຳໜ່າຍຊາບູຮານ ໄດ້ຢືນຢັນທີ່ຈະກະຈາຍຜະລິດຕະພັນຊາທຳມະຊາດຂອງປະເທດລາວທີ່ປອດສານພິດ, ອຸດົມສົມບູນໄປດ້ວຍຄຸນປະໂຫຍດໃຫ້ຄົນໃນທ້ອງຖິ່ນ ແລະ ຕ່າງຊາດໄດ້ດື່ມ ໂດຍຮັບປະກັນຄຸນນະພາບຂອງຜະລິດຕະພັນ ແມ່ນໄດ້ຜ່ານການກວດກາມາດຕະຖານສາກົນຂອງສະຫະພາບເອີຣົບ, ໃບຢັ້ງຢືນກະສິກຳອິນຊີ, ໃບຢັ້ງຢືນແຫຼ່ງກຳເນີດຂອງລາວ ແລະ ອື່ນໆ.
ໃນປີ 2021 ຊາບູຮານຂອງສວນຊາ 36 ໄດ້ເປັນຕົວແທນຊາລາວ ໃນງານວາງສະແດງສິນຄ້າ ຈີນ – ອາຊຽນ ຄັ້ງທີ 18, ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 4, ງານວາງສະແດງໂລກ ທີ່ເມືອງດູໄບ ສະຫະລັດອາຣັບ ເອເມເຣັດ ແລະ ຍັງເປັນທີ່ຕ້ອງການຂອງຄົນຮັກຊາຈາກທົ່ວທຸກມູມໂລກ.
ພິທີມອບລາງວັນຊະນະເລີດຫຼຽນຄຳຊາໂລກ ແມ່ນຈັດຂຶ້ນໃນນະຄອນນິວຢອກ ສະຫະລັດອາເມຣິກາ ໃນວັນທີ 31 ມັງກອນ 2022 ເຊິ່ງຊາຂອງສວນຊາ 36 ໄດ້ຮັບລາງວັນຊະນະເລີດປະເພດຊາແດງ.
” ຊາຂອງສວນຊາ 36 ໄດ້ຮັບລາງວັນຊະນະເລີດປະເພດຊາແດງ ເພາະເປັນຊາທີ່ມີຄຸນນະພາບດີ, ປອດສານພິດ, ມີຂະບວນການຜະລິດທີ່ເອົາໃຈໃສ່ເປັນພິເສດ, ວັດທະນະທຳ ແລະ ທຳມະຊາດທີ່ເປັນເອກະລັກ “, ທ່ານ Robert ປະທານສະມາຄົມຊາໂລກ ກ່າວ.
ນັບວ່າເປັນອີກໜຶ່ງຜະລິດຕະພັນຄຸນນະພາບ ທີ່ມີຕົ້ນກໍາເນີດໃນລາວ ທ່ານທີ່ສົນໃຈກໍສາມາດຫາຊື້ຫາຊີມໄດ້ ສໍານັກງານ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ ຜູ້ຜະລິດ ແລະ ຈໍາໜ່າຍຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.