ຊາວຫຼວງພະບາງອອກມາຊົມເຊີຍແຊ້ມນັກກິລາບານເຕະ U15 ແລະU18

58

ວັນທີ 1 ກັນຍາຜ່ານມານີ້ ມວນຊົນຊາວຫຼວງພະບາງ ໄດ້ອອກມາຊົມເຊີຍຜົນງານນັກກິລາບານເຕະ U15 ແລະU18 ທີ່ຍາດໄດ້ຮອງແຊ້ມ ແລະແຊ້ມ ໃນການແຂ່ງຂັນຊີງຂັນສະຫະພັນບານແຕະແຫ່ງຊາດລາວ ໂດຍມີຂະບວນແຫ່ຊົມເຊີຍຜົນສຳເລັດ ອ້ອມຕົວເມືອງ ເລີ່ມຈາກພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ນຳພາຂະບວນໂດຍ ທ່ານ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ມີຄູ ແລະນັກຮຽນຈາກໂຮງຮຽນແຕ່ລະແຫ່ງ ອອກມາຕ້ອນຮັບ ແລະຊົມເຊີຍຢູ່ຕາມແຄມທາງຢ່າງຫຼວງຫຼາຍ ເຕັມໄປດ້ວຍຮອຍຍິ້ມ ແລະສ້າງຂວັນກຳລັງໃຈໃຫ້ນັກກິລາທັງສອງໜຸ່ມນ້ອງທັງສອງລຸ້ນ.

ທ່ານ ວົງເພັດ ອຸດົມລິດ ໃຫ້ສຳພາດວ່າ: ການແຂ່ງຂັນຄັ້ງນີ້ ແຂວງຫຼວງພະບາງບໍ່ໄດ້ຕັ້ງຄວາມຫວັງເຖິງຂັ້ນຄວ້າແຊ້ມ ເພາະການກະກຽມນັກກິລາຍັງພົບຄວາມຫຍຸ້ງຍາກ ແຕ່ຜ່ານການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ເຫັນວ່າ ທັງສອງລຸ້ນສ້າງຜົນງານໄດ້ດີເກີນຄາດ ແລະແຜນການຕໍ່ໜ້າ ຈະສືບຕໍ່ສ້າງນັກກິລາເົຫຼົ່ານີ້ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນກິລາບານເຕະໃນລະດັບຊາດ ໂດຍສະເພາະແຜມ່ນກະກຽມເຂົ້າຮ່ວມແຂ່ງຂັນ ໃນງານມະຫາກຳກະລາແຫ່ງຊາດ ທີ່ແຂວງຊຽງຂວາງຈະເປັນເຈົ້າພາບໃນທ້າຍປີນີ້.


ໂອກາດນີ້ ຕາງໜ້ານັກກິລາທັງ U15 ແລະU18 ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ສາມາດຍາດໄດ້ຜົນງານເປັນຄັ້ງປະຫວັດສາດ ໃຫ້ກັບຊາວຫຼວງພະບາງ ແລະຈະສືບຕໍ່ຝຶກຊ້ອມໃຫ້ຫຼາຍຂື້ນ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນນັກກິລາດີເດັ່ນຕາງໜ້າແຂວງເຂົ້າຮ່ວມການແຂ່ງຂັນໃນແຕ່ລະລະດັບ.


ສຳລັບການແຂ່ງຂັນກິລາບານເຕະ ຊີງຂັນສະຫະພັນບານແຕະແຫ່ງຊາດລາວ U15 ແລະU18 ໃນລາຍການແປບຊີລາວລິກ ໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 14 ສິງຫາ 2022, ໂດຍມີ 7 ທີມເຂົ້າຮ່ວມການແຂ່ງຂັນ ຕາມແຜນການສ້າງນັກກິລາຮຸ່ນສືບທອດ ຂອງສະຫະພັນບານເຕະແຫ່ງຊາດລາວ ປະກອບມີ: ສະໂມສອນເອສະຣາ, ສະໂມສອນຈຳປາສັກ, ສະໂມສອນຫຼວງພະບາງ, ສະໂມສອນວຽງຈັນ, ສະໂມສອນກອງທັບ, ສະໂມສອນມາສເຕີ ເຊເວັ້ນ ແລະສະໂມສອນຊ້າງນ້ອຍ.

ສໍາລັບການແຂ່ງຂັນແມ່ນແຂ່ງຄົບໝົດທຸກທີມ ແລ້ວຂັດເອົາ 4 ທີມທີ່ມີຄະແນນສູງສຸດມາຈັບສະຫຼາກແຂ່ງ ຈົນໄດ້ຄູ່ຊີງຊະນະເລີດ ເຊີ່ງທັງສອງລຸ້ນ ແມ່ນການຊີງໄຊລະຫວ່າງ ຫຼວງພະບາງ ກັບ ຈຳປາສັກ, ໃນນັ້ນ U15 ໄດ້ແຂ່ງຂັນໃນວັນທີ 30 ສີງຫາ 2022 ຜົນປະກົດວ່າ ຫຼວງພະບາງ ເສຍໃຫ້ ຈຳປາສັກ 0-2 ໄດ້ຮອງແຊ້ມ, ສ່ວນ U18 ໄດ້ແຂ່ງຂັນໃນວັນທີ 31 ສິງຫາ 2022, ຜ່ານການແຂ່ງຂັນຜົນປະກົດວ່າ, ສະໂມສອນຫຼວງພະບາງ ເອົາຊະນະຈຳປາສັກໄດ້ 2-1 ສາມາດຄວ້າແຊ້ມມາໃຫ້ຊາວຫຼວງພະບາງໄດ້ຢ່າງໜ້າພາກພູມໃຈ.