ໄປຍາມໃດກໍບໍ່ຜິດຫວັງເລີຍ ວັງວຽງເມືອງທ່ອງທ່ຽວຍອດນິຍົມ

103

ເມືອງ ວັງວຽງໜຶ່ງໃນເມືອງຂອງ ແຂວງ ວຽງຈັນ ເປັນເມືອງທ່ອງທ່ຽວຍອດນິຍົມຂອງລາວ ໄກຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 128 ກມ ແລະ ໃຊ້ເວລາເດີນທາງປະມານ 1:30 ຊົ່ວໂມງ, ເຖິງແມ່ນວ່າວັງວຽງຈະເປັນພຽງເມືອງນ້ອຍໆ ຢູ່ກາງປ່າເຂົາລຳເນົາໄພ ແຕ່ໃນດ້ານການທ່ອງທ່ຽວ ເມືອງວັງວຽງຖືໄດ້ວ່າມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າເມືອງອື່ນໃນລາວເລີຍ.

ດ້ວຍພູມສັນຖານ ແລະ ບັນຍາກາດຂອງເມືອງວັງວຽງ ທີ່ໂອບອ້ອມໄປດ້ວຍພູຜາ ແລະ ສາຍນ້ຳ ເຮັດໃຫ້ວັງວຽງຖືກຍ້ອງຍໍໃຫ້ຄ້າຍຄື ເມືອງກຸ້ຍຫຼິນຂອງປະເທດຈີນ ໂດຍສະເພາະໃນຕອນເຊົ້າທີ່ສາຍໝອກລອຍພາດຜ່ານຂຸນເຂົາ ແລະ ແມ່ນ້ຳຊອງອັນກວ້າງໃຫຍ່. ປັດຈຸບັນເມືອງວັງວຽງ ໄດ້ເປີດຕົວເປັນສະຖານທີ່ຍອດນິຍົມ ຂອງບັນດານັກທ່ອງທ່ຽວແບັກແພັກເກີ້ຢ່າງເຕັມໂຕ ດ້ວຍກິດຈະກຳອັນຫຼາກຫຼາຍຂອງເມືອງວັງວຽງ ທີ່ສ່ວນຫຼາຍແລ້ວແມ່ນຮອງຮັບນັກທ່ອງທ່ຽວເຊີງພະຈົນໄພ ບໍ່ວ່າຈະເປັນພາຍຄາຍັກ, ຂີ່ກົງເບັງ, ປິນໄຕ່ທ່ຽວຖ້ຳງາມ ເປັນຕົ້ນ.

ລ່ອງນ້ຳຊອງດ້ວຍເຮືອຄາຍັກ ຈຸດເດັ່ນ ແມ່ນ້ຳຊອງອາດຈະບໍ່ມີຄວາມຍິ່ງໃຫຍ່ ແລະ ເປັນທີ່ຮູ້ຈັກດີຂອງຜູ້ຄົນທົ່ວໄປ ຖ້າທຽບກັບແມ່ນ້ຳຂອງ ແຕ່ສຳລັບນັກພະຈົນໄພ ທີ່ມັກຮັກໃນການລ່ອງແກ້ງ ສາຍນ້ຳຊອງແຫ່ງນີ້ອາດຈະເປັນສາຍນ້ຳແຫ່ງສະເໜ່, ໃນປະເທດລາວ ເພາະສາຍນ້ຳຊອງເປັນພຽງສາຍນ້ຳພຽງແຫ່ງດຽວໃນປະເທດລາວ ທີ່ມີບໍລິການລ່ອງແກ້ງຢ່າງຄົບວົງຈອນ

ນັກເດີນທາງແບບແບັກແພັກເກີ້ຈຳນວນບໍ່ໜ້ອຍ ເລືອກວັງວຽງ ເປັນເມືອງທ່ອງທ່ຽວອັນດັບໜຶ່ງ ຫຼາຍກວ່າວຽງຈັນ ຫຼື ຫຼວງພະບາງ ເພາະເມືອງນ້ອຍໆ ກາງຂຸນເຂົາແຫ່ງນີ້ ພວກເຂົາຈະຮັບທັງຄວາມສະໜຸກສະໜານ ຄວາມຕື່ນເຕັ້ນປະທັບໃຈ ທຳມະຊາດອັນສວຍງາມຂອງກຸ້ຍຫຼິນແຫ່ງເມືອງລາວ ທີ່ມີໃຫ້ໄດ້ສຳຜັດຕະຫຼອດໝົດທັງປີ.

ເມືອງວັງວຽງນອກຈາກຈະເປັນເມືອງທີ່ສວຍງາມທີ່ຖືກໂອບອ້ອມດ້ວຍໜ່ວຍພູ ແລະ ຜາຫິນອັນສະຫຼັບຊ້ອນ ພ້ອມທັງສາຍນ້ຳຊອງທີ່ແສນງາມແລ້ວ ຍັງມີຖ້ຳທີ່ໜ້າທ່ອງທ່ຽວຈຳນວນຫຼວງຫຼາຍ ເຊັ່ນ ຖ້ຳຈັງ, ຖ້ຳຊ້າງ, ຖ້ຳຫອຍ, ຖ້ຳພູຄຳ, ຖ້ຳນ້ຳ, ຖ້ຳນອນ ແລະຜາຕັ້ງ. ຖ້ຳຈັງຕັ້ງຢູ່ ໄກຈາກສະໜາມບິນເກົ່າປະມານ 500 ແມັດ ເພິ່ນຈະເປີດໃຫ້ເຂົ້າທ່ຽວຊົມ ແຕ່ເວລາ 8:00 17:00 ໂມງ. ເປັນຖ້ຳແຫ່ງດຽວທີ່ມີໄຟຟ້າຕິດຕັ້ງຢູ່ພາຍໃນຖ້ຳ, ໃນອະດີດປະຊະຊາຊົນເຊື່ອວ່າຖ້ຳແຫ່ງນີ້ເປັນຖ້ຳສັກສິດ ຖ້າໃຜເຮັດສິ່ງທີ່ບໍ່ດີບໍ່ງາມໃນຖ້ຳຈະເກີດອາການຈັງ ເຊິ່ງອາການຈັງໄດ້ກາຍມາເປັນຊື່ວ່າ “ຖ້ຳຈັງ”.


ຂໍ້ມູນ: Lao Youth Radio FM 90.0 Mhz