ສົມຊື່ນາມ ຄົນລາວຄົນຈິງໃຈ ຍິ້ມງ່າຍ ຫຼ້າສຸດຕິດອັນດັບປະເທດຍິ້ມໃຫ້ຄົນອື່ນໃນອາຊຽນ

157

ຄົນລາວຄົນຈິງໃຈ ຄຳນີ້ຫຼາຍຄົນຄຸ້ນຫູກັນດີ ຍິ້ມງ່າຍ ທັກທາຍສະບາຍດີ ແລະ ຫຼ້າສຸດ ເຟສບຸກເພຈ Southeast Asia Stats ເປີດເຜີຍ ຜົນການສໍາຫຼວດຂອງ ‘Gallup Global Emotions Report’ ໃນຫົວຂໍ້ “ປະເທດໃນອາຊຽນ ທີ່ຍິ້ມແຍ້ມ ໃຫ້ຄົນຫຼາຍທີ່ສຸດ”

ຜົນປະກົດວ່າ ລາວ ຕິດອັນດັບ 3 ປະເທດທີ່ ຍິ້ມໃຫ້ຄົນອື່ນຫລາຍທີ່ສຸດໃນ ອາຊຽນ!!
ຈາກການສຳຫລວດປະຊາກອນ 1000 ຄົນ ທີ່ມີອາຍຸ 15 ປີຂຶ້ນໄປ ໃນ 100 ປະເທດ ທົ່ວໂລກ ລະຫວ່າງປີ 2021-2022 ໄດ້ຜົນສໍາຫຼວດອອກມາແມ່ນ:

ປະເທດໃນອາຊຽນ ທີ່ເປັນມິດ ແລະ ແຈກຢາຍຮອຍຍິ້ມ ໃຫ້ຜູ້ຄົນຫຼາຍທີ່ສຸດ ແມ່ນ ປະເທດ ອິນໂດເນເຊຍ , ຮອງລົງມາແມ່ນ ປະເທດ ກໍາປູເຈຍ ແລະ ປະເທດ ລາວ ຕາມລໍາດັບ, ສ່ວນປະເທດ ທີ່ອໍາດັບສຸດທ້າຍ ໃນອາຊຽນ ແມ່ນປະເທດໄທ .1 ອິນໂດເນເຊຍ 90%, 2 ກຳປູເຈຍ 89%, 3 ລາວ 88% , 4 ຫວຽດນາມ 82%, 5 ຟິລິປິນ 81%, 5 ມາເລເຊຍ 81%, 7 ມຽນມາ 77%, 8 ສິງກະໂປ 76%9,  ໄທ 72 %

ທີ່ມາ : Lao Youth Radio FM 90.0 Mhz