ທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກລອບຍິງ

310

ນັບວ່າເປັນຂ່າວທີ່ບໍ່ດີປານໃດ ແລະ ສະເທືອນໄປທັງໂລກເມື່ອ NHK ຂອງຍີ່ປຸ່ນລາຍງານວ່າ: ຕອນເຊົ້າຂອງວັນທີ 8 ກໍລະກົດນີ້, ທ່ານຊິນໂຊະ ອາເບະອະດີດນາຍົກລັດຖະມົນຕີຍີ່ປຸ່ນຖືກຍິງໃນເວລາກ່າວປາຖະກະຖາຢູ່ນະຄອນນາຣາ ແລະ ໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ ສ່ວນຜູ້ຕ້ອງຫາຖືກຄວບຄຸມໄວ້ແລ້ວແຕ່ຈົນເຖິງຕອນນີ້ຍັງບໍ່ມີລາຍງານເພີ່ມເຕີມກ່ຽວກັບສຸຂະພາບຂອງຕົວເພິ່ນເປັນແນວໃດ.

ແນວໃດກໍ່ຕາມມື້ນີ້ທີມຂ່າວພວກເຮົາຈະພາມາຮູ້ຈັກກັບປະຫວັດຂອງ ທ່ານ ຊິນໂຊະ ອາເບະ ເຊື່ອວ່າຫຼາຍຄົນກໍ່ຕ້ອງຢາກຮູ້ ເຊິ່ງທ່ານເປັນນັກການເມືອງຊາວຍີ່ປຸ່ນ ແລະ ເປັນນາຍົກລັດຖະມົນຕີຂອງຍີ່ປຸ່ນຄົນທີ 57 ແລະ ຫົວໜ້າພັກເສລີປະຊາທິປະໄຕ ເຊິ່ງຖືວ່າເປັນນາຍົກລັດຖະມົນຕີທີ່ດຳລົງຕຳແໜ່ງດົນທີ່ສຸດເປັນປະຫວັດສາດຂອງຍີ່ປຸ່ນ.

ແຕ່ທ່ານ ຊິນໂຊະ ອາເບະ ໄດ້ປະກາດລາອອກຈາກການດຳລົງຕຳແໜ່ງນາຍົກລັດຖະມົນຂອງຍີ່ປຸ່ນ ໃນວັນທີ 28 ສິງຫາ 2020 ໂດຍທ່ານໄດ້ໃຫ້ເຫດຜົນກ່ຽວກັບບັນຫາດ້ານສຸຂະພາບ ພ້ອມທັງໄດ້ກ່າວວ່າ: ບັນຫາສຸຂະພາບເຮັດໃຫ້ຕົນເອງຮູ້ສຶກຂາດຄວາມເຊື່ອໝັ້ນທີ່ຈະຮັບໃຊ້ປະຊາຊົນຍີ່ປຸ່ນຕໍ່ໄປ.

ທ່ານ ຊິນໂຈ ອາເບະ ມີອາຍຸໄດ້ 67 ປີ ແລະ ດັ່ງທີ່ກ່າວມາໃນເບື້ອງຕົ້ນ ໄດ້ສ້າງສະຖິຕິທາງການເມືອງຫຼາຍປະການໃນຍີ່ປຸ່ນ ໂດຍເປັນນາຍົກລັດຖະມົນຕີດຳລົງຕຳແໜ່ງຍາວນານທີ່ສຸດຄືແຕ່ປີ 2006-2020 ແລະ ຍັງສ້າງສະຖິຕິເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດຂອງຍີ່ປຸ່ນນຳ.

ທັງນີ້ກໍ່ຕ້ອງສະແດງຄວາມເສຍໃຈມາຍັງຄອບຄົວ ແລະ ປະຊາຊົນຍີ່ປຸ່ນ ກ່ຽວກັບຂ່າວຮ້າຍດັ່ງກ່າວ ແລະຂໍໃຫ້ທ່ານຈົ່ງປອດໄພຈາກເຫດຮ້າຍໃນຄັ້ງນີ້ ທ່ານເປັນຜູ້ທີ່ມີບົດບາດມີຄວາມສຳຄັນທາງການເມືອງ ແລະ ເປັນຜູ້ນຳ ຜູ້ສ້າງຜົນງານຄຸນງາມຄວາມດີໄວ້ຫຼວງຫຼາຍໃຫ້ກັບປະເທດຍີ່ປຸ່ນຈິ່ງເຮັດໃຫ້ປະເທດຊາດບ້ານເມືອງມີຄວາມຈະເລີນກ້າວໜ້າ ພວກເຮົາທຸກຄົນພາວະນາໃຫ້ເພິ່ນຄ້ຽວຂາດປອດໄພຈາກເຫດການຄັ້ງນີ້ດ້ວຍ.