ຂ່າວດີໂຄງການໃໝ່ໃນແຂວງຊຽງຂວາງ! ກຳລັງສຶກສາຄວາມເປັນໄປໄດ້ໃນການປູກຫຍ້າລ້ຽງງົວພັນຊິ້ນ

67

ຊຽງຂວາງເປັນເຂດທີ່ມີພື້ນທີ່ກວ້າງຂວາງ ເປັນພູພຽງທີ່ກວ້າງໃຫຍ່ສຸດແຫ່ງໜຶ່ງຂອງ ສປປ ລາວເຮົາ ແຕ່ໃດໆມາການລ້ຽງສັດໃຫຍ່ປະເພດງົວ, ຄວາຍແມ່ນທາງເລືອກທີ່ສຳຄັນສຳລັບປະຊາຊົນໃນການສ້າງເສດຖະກິດຢູ່ແລ້ວ ແລະປະຈຸບັນໄດ້ມີໂຄງການຈະໄປສຶກສາຄວາມເປັນໄປໄດ້ໃນການປູກຫຍ້າໃນເມືອງພູກູດເພື່ອລ້ຽງງົວພັນຊິ້ນ ສົ່ງປ້ອນຕະຫຼາດພາຍໃນ ແລະສົ່ງອອກໃນອະນາຄົດອັນໃກ້ນີ້.

ແນ່ນອນຢູ່ແລ້ວ ຊີ້ນເປັນສິນຄ້າທີ່ຕະຫຼາດ ກໍ່ຄືສັງຄົມຕ້ອງການຫຼາຍ ແລະຂາດບໍ່ໄດ້ ໃນການບໍລິໂພກປະຈຳວັນຢູ່ແລ້ວ ພ້ອມດຽວກັນ ຕະຫຼາດຕ່າງປະເທດກໍ່ມີຄວາມຕ້ອງການງົວຈາກລາວຫຼາຍ ໂດຍສະເພາະຕະຫຼາດ ສປ ຈີນ ດັ່ງນັ້ນ ຖ້າໂຄງການລ້ຽງງົວນີ້ເກີດ ກໍ່ຈະເປັນຜົນດີບໍ່ໜ້ອຍຕໍ່ເສດຖະກິດຂອງປະເທດເຮົາ. ສຳລັບໂຄງການສຶກສາຄວາມເປັນໄປໄດ້ການລ້ຽງງົວພັນຊີ້ນນີ້ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈຫວ່າງບໍ່ດົນມານີ້ ເຊິ່ງຈະມີການສຶກສາ ສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນສໍາປະທານດິນຢູ່ບ້ານປົວ ເມືອງພູກູດ ແຂວງຊຽງຂວາງ ເພື່ອປູກຫຍ້າ, ລ້ຽງງົວພັນຊີ້ນ ແລະ ຂະຫຍາຍພັນງົວ.

ຈຸດປະສົງແມ່ນເພື່ອເປັນການປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນເຂດໃກ້ຄຽງໃນພື້ນທີ່ສໍາປະທານ, ເພື່ອເປັນການສະໜອງຊີ້ນງົວໃຫ້ກັບສັງຄົມທັງພາຍໃນ ແລະ ຕ່າງປະເທດ ທັງເປັນການປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງ.

ອີງຕາມຂໍ້ມູນຈາກພະແນກກະສິກໍາແລະປ່າໄມ້ແຂວງຊຽງຂວາງໃຫ້ຮູ້ວ່າ: ຊຽງຂວາງໄດ້ຖືເອົາການລ້ຽງສັດໃຫຍ່ເປັນບູລິມະສິດທໍາອິດຂອງແຂວງ ເຊິ່ງໃນປີຜ່ານມາ ໄດ້ສົ່ງງົວ, ຄວາຍ ໄປຂາຍຍັງສປ ຈີນ ແລະ ສສ ຫວຽດນາມ ຈໍານວນ 15.000 -16.000 ໂຕນ, ເນື້ອທີ່ທົ່ງຫຍ້າທໍາມະຊາດພາຍໃນແຂວງມີ 80.000 ເຮັກຕາ ໄດ້ກາຍເປັນທ່າແຮງ ໃນການລ້ຽງສັດໃຫຍ່ເພື່ອເປັນສິນຄ້າ.

ໃນພິທີຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈຕາງໜ້າອົງການປົກຄອງແຂວງຊຽງຂວາງ ໂດຍທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ຕາງໜ້າ ບໍລິສັດ ວາຍແອວ ຊ້ຽວ ພັດທະນາກະສິກໍາ ຈໍາກັດ ແມ່ນທ່ານ ນາງ ຢ່າງຈົງຍີງ, ໂດຍການເຂົ້າຮວ່ມເປັນສັກຂີພິຍານຂອງ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: CRI-FM93