6 ແຂວງນີ້ ສາມາດ ຍື່ນຄໍາຮ້ອງຂໍ ແລະ ສໍາພາດຂໍໜັງສືຜ່ານແດນ

266

ຫຼັງຈາກທີ່ເລີ່ມເປີດປະເທດເປັນຕົ້ນມາກໍ່ຈະເຫັນໄດ້ວ່າມີປະຊາຊົນຈຳນວນຫຼາຍທີ່ໄປຕໍ່ຄິວລຽນແຖວເພື່ອທີ່ຈະເຮັດໜັງສືຜ່ານແດນ ຫຼື ພາສປອດ ໂດຍສະເພາະທີ່ກົມກົງສຸນທີ່ນະຄອນຫລວງວຽງຈັນ ເຊິ່ງເຮັດໃຫ້ເກີດຄວາມແອອັດຂອງມວນຊົນ ບາງຄົນໄປລໍຖ້າແຕ່ເຊົ້າເພື່ອເອົາຄິວ ແຕ່ຮູ້ບໍວ່ານອກຈາກທີ່ດັ່ງກ່າວຍັງມີຈຳນວນ 6 ແຂວງທີ່ທ່ານສາມາດ ຍື່ນຄຳຮ້ອງຂໍ ແລະ ສຳພາດຂໍໜັງສືຜ່ານແດນ

ທ່ານ ສີສຸພັນ ມະນີວັນ ຕາງໜ້າໃຫ້ກົມກົງສຸນ ໃຫ້ຮູ້ວ່າ: ສຳລັບບັນດາແຂວງທີ່ຍື່ນຄຳຮ້ອງຂໍ ແລະ ສຳພາດຂໍໜັງສືຜ່ານແດນ ປະກອບມີ: ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ດັ່ງນັ້ນ, ໃນໄລຍະນີ້ປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລື ຢູ່ບັນດາແຂວງໃກ້ຄຽງ ສາມາດໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ ທັງຫລຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ແລະ ຂໍໃຫ້ມີສະຕິຢ່າຫລົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກຫນັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ນະຄອນຫລວງວຽງຈັນ

ແຕ່ເຈົ້າຫນ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ.

ຈາກ: Lao National Radio