ໂກຕ້າສົ່ງເຂົ້າໄປຈີນປີໜຶ່ງ 50.000 ໂຕນ ປີນີ້ສົ່ງລ໋ອດທຳອິດ 100 ໂຕນ

236

ສປປ ລາວເຮົາ ແມ່ນໄດ້ຮັບສິດທິພິເສດໃນການສົ່ງອອກ ພືດ13 ຊະນິດທີ່ປະກອບມີ: ເຂົ້າ, ມັນຕົ້ນ, ມັນດ້າງ, ສາລີ, ໝາກໂມ, ກ້ວຍ, ຖົ່ວເຫຼືອງ, ຖົ່ວເບີ, ຖົ່ວຍາວ, ໝາກນອດ, ໝາກພຸກ, ໝາກນາວ ແລະ ໝາກກ້ຽງ ເຂົ້າຕະຫຼາດ ສປ ຈີນ ສະເພາະເຂົ້າມີໂກຕ້າສົ່ງອອກຈໍານວນ 50.000 ໂຕນຕໍ່ປີ.

ຫຼ້າສຸດນີ້ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ ປະເທດໄທ ແລະ ຫວຽດນາມ.

ພິທີສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປ ສປ ຈີນ ຈັດຂຶ້ນ ຢູ່ ສະຖານີລົດໄຟສາຍໃຕ້ ນະຄອນຫຼວງວຽງຈັນ ໃນວັນທີ 28 ພຶດສະພາ 2022 ທີ່ຜ່ານມາ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງລົງຫຼາຍເມື່ອທຽບໃສ່ການຂົນສົ່ງທາງທະເລ.

ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015, ມີໂຮງສີເຂົ້າໃຫຍ່ 4 ແຫ່ງ ຢູ່ ສະຫວັນນະເຂດ ແລະ ຈໍາປາສັກ. ແຕ່ລະປີ ບໍລິສັດ IDP ຮັບຊື້ເຂົ້າ ຈາກຊາວນາ 60.000 ໂຕນ, ແລະ ປະກອບສ່ວນທຶນ ໃນການຈັດຊື້ປະມານ 20 ລ້ານໂດລ້າສະຫະລັດ. ໃນຈໍານວນດັ່ງກ່າວ 30.000 ໂຕນ ແມ່ນສົ່ງຂາຍ ເອີຣົບ, ຈີນ, ໄທ, ແລະ ຫວຽດນາມ ໃນແຕ່ລະປີ.
ໃນປີ 2017, ບໍລິສັດ ສົ່ງເຂົ້າໄປຂາຍ ສປ ຈີນ 45.000 ໂຕນ ແລະ ຫວັງວ່າ ສປ ຈີນ ຈະຮັບຊື້ 25.000 ໂຕນ ຕໍ່ປີ ເປັນເວລາ 3 ປີ ແລະ ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ ໃນອະນາຄົດ.


ຂໍ້ມູນ: ວຽງຈັນທາຍ