ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂ່ຳນັບກະສັດແຫ່ງຣາຊະອານາຈັກໄທ

258

ໃນວັນທີ 2 ມິຖຸນາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ສີຈັນ ວິພາວັນ ໄດ້ເດີນທາງເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດພະວະສິຣະເກົ້າເຈົ້າຢູ່ຫົວ ແລະ ພຣະຣາຊີນີ ແຫ່ງ ຣາຊະອານາຈັກໄທ.

ນອກນີ້ໄດ້ເຂົ້າຢ້ຽມຂ່ຳນັບກົມສົມເດັດພະກະນິຖາທິລາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍລົມຣາຊະກຸມາລີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນຖານະແຂກຂອງລັດຖະບານ

ໂດຍການນຳພາເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ພັນລະຍາທ່ານ ນາງ ວະຣາພອນ ຈັນໂອຊາ.


ຈາກ:ຂປລ