ບັນຫາ ແລະສິ່ງທ້າທາຍ ຂອງສິນຄ້າລາວຕໍ່ການເຂົ້າເຖິງຕະຫຼາດພາຍໃນ

174

ສ່ວນບັນຫາ ແລະ ສິ່ງທ້າທາຍທີ່ເຮັດໃຫ້ສິນຄ້າລາວ ບໍ່ສາມາດເຂົ້າເຖິງຕະຫຼາດພາຍໃນໄດ້ຢ່າງເຕັມທ່າແຮງ ມີ 3 ສາເຫດຄື: 1. ແມ່ນພື້ນຖານການຜະລິດພາຍໃນ ຍັງບໍ່ເຂັ້ມແຂງ, ກ່ອນວິກິດການລະບາດໂຄວິດ-19 ສິນຄ້າລາວກໍມີບັນຫາ ແລະ ສິ່ງທ້າທາຍໃນການແຂ່ງຂັນກັບສິນຄ້ານໍາເຂົ້າຈາກຕ່າງປະເທດຢູ່ແລ້ວ. ການລະບາດຂອງໂຄວິດ-19 ຍິ່ງຊໍ້າເຕີມທຸລະກິດລາວ ໃຫ້ພົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ.

ພ້ອມກັນນັ້ນຜູ້ປະກອບການທີ່ມີຄວາມພ້ອມຊໍ້າພັດບໍ່ສົນໃຈລົງທຶນໃນການພັດທະນາສິນຄ້າເທົ່າທີ່ຄວນ ເພາະເຫັນວ່າຕະຫຼາດພາຍໃນນ້ອຍ, ອໍານາດຊື້ບໍ່ສູງເຮັດໃຫ້ໃນໄລຍະຜ່ານມາ ສປປ ລາວ ເພີ່ງພາການນໍາເຂົ້າສິນຄ້າຈາກຕ່າງປະເທດ. ດັ່ງນັ້ນ, ເມື່ອນຳເຂົ້າມາຫຼາຍ ສິນຄ້ານໍາເຂົ້າຈະມີຂາຍຢູ່ທົ່ວໄປ ແລະ ເປັນທີ່ຄຸ້ນເຄີຍ. ສິ່ງດັ່ງກ່າວເປັນບັນຫາ ແລະ ສິ່ງທ້າທາຍໃຫ້ຜູ້ຜະລິດພາຍໃນທີ່ຫາກໍລິເລີ່ມຜະລິດສິນຄ້າ ເພື່ອທົດແທນສິນຄ້ານໍາເຂົ້າ. ການປ່ຽນພຶດຕິກໍາລູກຄ້າ ໃຫ້ມາເລືອກຊົມໃຊ້ສິນຄ້າລາວ ເປັນສິ່ງທີ່ເຮັດຍາກຫຼາຍ ເຖິງແມ່ນວ່າໃນຊຸມປີຜ່ານມາ ຈະມີຫຼາຍສິນຄ້າລາວທີ່ຖືກຜະລິດຂຶ້ນ ແລະ ພະຍາຍາມທົດແທນສິນຄ້ານຳເຂົ້າ ແຕ່ກໍບໍ່ງ່າຍເພື່ອໃຫ້ສາມາດຍາດສ່ວນແບ່ງຕະຫຼາດໄດ້.

2. ຕົ້ນທຶນໃນການຜະລິດສິນຄ້າ ແມ່ນຂ້ອນຂ້າງສູງ ເຮັດໃຫ້ເກີດຂໍ້ຈໍາກັດໃນການແຂ່ງ ຂັນກັບສິນຄ້ານໍາເຂົ້າ ເນື່ອງຈາກປັດໄຈການຜະລິດສ່ວນຫຼາຍແມ່ນນຳເຂົ້າມາຈາກຕ່າງປະເທດ (ແນວພັນ, ປຸ໋ຍ, ຫົວອາຫານ, ເຄື່ອງຈັກ, ວັດຖຸດິບພື້ນຖານ, ພາຊະນະຫຸ້ມຫໍ່) ພ້ອມກັນນັ້ນ ດ້ານເຕັກນິກການຜະລິດ ຍັງມີການນໍາໃຊ້ເຄື່ອງຈັກທີ່ທັນສະໄໝ ແລະ ນະວັດຕະກໍາທີ່ຈຳກັດ ສົ່ງຜົນເຮັດໃຫ້ສິນຄ້າທີ່ຜະລິດໄດ້ ມີຄຸນນະພາບບໍ່ສູງ, ຂາດຄວາມສະໝໍ່າສະເໝີ, ບໍ່ປະຢັດຕໍ່ຂະໜາດ ແລະ ມີຕົ້ນທຶນທີ່ສູງ, ຕ້ອງຕັ້ງລາຄາຈໍາໜ່າຍທີ່ສູງ. ເຮັດໃຫ້ຄົນລາວສ່ວນຫຼາຍ ເລືອກຊົມໃຊ້ສິນຄ້ານໍາເຂົ້າຫຼາຍກວ່າ ເພາະລາຄາຖືກກວ່າ, ຄຸນນະພາບດີກວ່າ, ຫຸ້ມຫໍ່ງາມກວ່າທັງຫາຊື້ໄດ້ງ່າຍອີກ.

3. ການຂາດລະບົບການກະຈາຍສິນຄ້າທີ່ມີປະສິດທິພາບ ແລະ ມີຄວາມທັນສະໄໝເຮັດໃຫ້ມີຕົ້ນທຶນຈຳໜ່າຍ ແລະ ກະຈາຍສິນຄ້າສູງ ແລະ ຍັງມີຂໍ້ຈຳກັດຫຼາຍໆຢ່າງເກີດຂຶ້ນ. ແຕ່ກໍມີແນວໂນ້ມດີຂຶ້ນ ເມື່ອມີຫຼາຍບໍລິສັດຂົນສົ່ງເກີດຂຶ້ນ ເຮັດໃຫ້ການແຂ່ງຂັນໃນການບໍລິການ. ພ້ອມກັນນັ້ນຢູ່ລາວຍັງມີໜ້ອຍບໍລິສັດທີ່ເຮັດໜ້າທີ່ລວບລວມຜະລິດຕະພັນລາວ ເພື່ອເຊື່ອມກັບຮ້ານສະດວກຊື້, ສູນການຄ້າ,ຊຸບເປີ້ມາເກັດ, ຮ້ານຄ້າສົ່ງ, ຄ້າຍ່ອຍ ແລະ ຕະຫຼາດຂາຍຍົກ-ຂາຍຍ່ອຍ ທີ່ມີຢັ່ງຢາຍທົ່ວປະເທດ ທີ່ເຮັດໜ້າທີ່ຊ່ວຍຜູ້ຜະລິດ ເພາະການກະຈາຍສິນຄ້າ ຖ້າດໍາເນີນການເອງແບບປະຖົມປະຖານຈະມີຄ່າສິ້ນເປືອງຫຼາຍ, ມີຄວາມຫຍຸ້ງຍາກ, ຕົ້ນທຶນທີ່ສູງ. ຍິ່ງໄປກວ່ານັ້ນໃນຊ່ວງໂຄວິດລະບາດຍັງມີປັດໄຈກີດຂວາງທີ່ເປັນອຸປະສັກໃນການຂົນສົ່ງສິນຄ້າ ເຮັດໃຫ້ມີຕົ້ນທຶນຄ່າສິ້ນເປືອງເພີ່ມຂຶ້ນ ບວກກັບກໍາລັງຊື້ຂອງຜູ້ບໍລິໂພກຫຼຸດລົງ ເນື່ອງຈາກຕ້ອງໄດ້ລະມັດລະວັງໃນການໃຊ້ຈ່າຍ ຊື້ເທົ່າທີ່ຈໍາເປັນ.