ສາທຸ! ພະຍານາກ 7 ສຽນ 7 ຂົດ ສູງ 7 ແມັດ ນ້ຳໜັກ 7 ໂຕນ ມີລວງຍາວ 32 ແມັດ

211

ໂດຍປົກກະຕິແລ້ວ ຄົນລາວຊາວພຸດແມ່ນມີຄວາມເຊື່ອພະຍານາກມາແຕ່ດົນນານຢູ່ແລ້ວ ແລະ ວັນທີ 31 ພຶດສະພາ 2022 ກົງກັບວັນຂື້ນ 1 ຄ່ຳ ເດືອນ 7 ໄດ້ມີການເຄື່ອນຍ້າຍພຣະຍານາກຄະຣາຊ ທີ່ມີການສ້າງຂຶ້ນ ໂດຍພຣະອາຈານຂັດຕະຍະບາຣະມີ ທີ່ວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ຂື້ນໃສ່ລົດ ອອກຈາກ ຣັດຕະນະເຈດີສີບຸນເຮືອງ (ທາຕຸດອຍມ່ອນ ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງອອກມາແຕ່ວັນທີ 28/05/2022 ຜ່ານແຂວງຫລວງນ້ຳທາ ແຂວງອຸດົມໄຊ ແຂວງຫລວງພຣະບາງ ແຂວງວຽງຈັນ ແລະເດີນທາງຜ່ານເສັ້ນທາງດ່ວນວັງວຽງ-ນະຄອນຫລວງວຽງຈັນ ຜ່ານອຸໂມງທາງດ່ວນ (ແຕ່ຕ້ອງມີການຕັດສ້ຽນອອກເພາະຄວາມສູງຂອງພຣະຍານາກບໍ່ສາມາດຜ່ານເຂົ້າອຸໂມງໄດ້ )

ຕອນເຊົ້າວັນທີ 31/05/2022 ອອກຈາກວັງວຽງ ສູ່ນະຄອນຫລວງວຽງຈັນ ອອກຈາກທາງສີເກີດ ຜ່ານໄປເສັ້ນທາງດົງໂດກເຂົ້າສູ່ເສັ້ນທາງໃຫຍ່ ຜ່ານປະຕູໄຊ ແລະເສັ້ນທາງທ່າເດືອ ສູ່ເສັ້ນທາງບ້ານຫອມ ເຂົ້າສູ່ວັດໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເມື່ອເວລາປະມານ 15:45 ໂມງ.

( ພະຍານາກຄະຣາຊ 7 ສຽນ 7 ຂົດ ສູງ 7 ແມັດ ນ້ຳໜັກ 7 ໂຕນ ມີລວງຍາວ 32 ແມັດ ເດີນທາງຈາກ ວັດສີຼບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຖິງ ວັດປ່າໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພຣະຍານາກອົງນີ້ເລິ່ມສ້າງເມືອວັນທີ 09/09/2021 ເດີນທາງມາຮອດວັດປ່າໂພນທອງ ຫນອງຄຳແສນ 31/05/2022 ຕິດຕັ້ງ ປະກອບ ປະດັບປະດາ ແລະເຮັດພິທີສົມໂພດ ໃນວັນທີ 02/06/2022 )

ພິທີການກຳນົດການຕ່າງໆປະກອບມີ :
1. ວັນອັງຄານ ຂຶ້ນ 1 ຄ່ຳ ເດືອນ 7 ກົງກັບ ວັນທີ 31 ພຶດສະພາ 2022 ຂະບວນເດິນທາງຂົນຍ້າຍຮູບປັ້ນພຣະຍານາກຄະຣາຊ ມາຮອດວັດໂພທອງ ຫນອງຄຳແສນ.
2. ວັນພຸດ ຂຶ້ນ 2 ຄ່ຳ ເດືອນ 7 ກົງກັບ ວັນທີ 01 ມີຖຸນາ 2022

– 09:00-12:00 ໂມງ ກະກຽມຄວາມພ້ອມຮູບປັ້ນພຣະຍານາກຄະຣາຊຂຶ້ນແທ່ນ.
– 14:00-17:00 ໂມງ ກະກຽມສະຖານທີເພື່ອຈະປະກອບພິທີກັມຕ່າງໆ.
3. ວັນພະຫັດ ຂຶ້ນ 3 ຄ່ຳ ເດືອນ 7 ກົງກັບວັນທີ 02 ມິຖູນາ 2022
– 07:30 ໂມງ ສູດບູຊາທິດທັງ 4 ແລະກະກຽມຕ້ອນຮັບຄະນະສົງແລະແຂກ

– 08:45 ໂມງ ເຕົ້າໂຮມແລະກຽມເຂົ້າຮ່ວມພິທີ.
– 09:09-10:00 ໂມງ ເລິ່ມພິທີ ໄຫວ້ພຣະຮັບສິນ ສູດມຸງຄຸລ ຟັງທັມມະເທສະຫນາ ບັນຍາບາາຣະມີ…
– 10:09-10:59 ໂມງ ສູດໄຊຍັນໂຕ ພິທີຍົກຮູບປັ້ນພຣະຍານາກຂຶ້ນແທ່ນ ແລະລົງເຄື່ອງມຸງຄຸລໃນໃນອົງພຣະຍານາກ.
– 11:00 ໂມງ ສຳເລັດພິທີ

– 11:09 ໂມງ ນິມົນພຣະສົງສັນເພນ.
– 11:22-13:00 ໂມງ ເຊີນແຂກແລະຜູ້ຄົນທັງຫລາຍທີີມາຮ່ວມພາເຂົ້າສາມັກຄີ.
– 14:00-17:00 ໂມງ ຕົບແຕ່ງແລະປະດັບປະດາເກັບລາຍລະອຽດຕ່າງໆ.
ຂ່າວແລະຮູບຈາກ : Houmphet Manisouk