ຄະນະບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ຢ້ຽມຢາມ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

206

ວັນທີ 26 ພຶດສະພາ 2022 ຄະນະບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ນຳໂດຍ ທ່ານ ຫງວຽນ ແອງ ຖັງ ປະທານສະພາ ບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ, ທ່ານ ຫງວຽນ ແອງ ຕ້ວນ ຜູ້ອຳນວຍການ ບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ນະຄອນຫຼວງວຽງຈັນ.

ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ, ມີ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.


ທ່ານ ຈັນທອນ ສິດທິໄຊ ໄດ້ກ່າວສະແດງຄວາມຍິນດີ ແລະ ດີໃຈທີ່ໄດ້ຕ້ອນຮັບຄະນະບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ທີ່ເປັນຂາຮຸ້ນຜູ້ຮ່ວມທຶນໃນການພັດທະນາທ່າເຮືອຫວຸ້ງອ່າງ ຢູ່ ສສ ຫວຽດນາມ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລະ ເຂົ້າມາຢ້ຽມຢາມໂຄງການ ທ່າບົກທ່ານາແລ້ງ ຂອງພວກເຮົາຄັ້ງນີ້ ເຊິ່ງທັງສອງຝ່າຍຈະໄດ້ຖອດຖອນບົດຮຽນນຳກັນ ເພື່ອກ້າວສູ່ການພັດທະນາທ່າເຮືອຫວຸ້ງອ່າງຮ່ວມກັນ, ຈາກພື້ນຖານໂຄງການ ທ່າບົກທ່ານາແລ້ງ ທີ່ມີຢູ່ ແລະ ການຢ້ຽມຢາມຄັ້ງນີ້ຈະໄດ້ເນັ້ນແລກປ່ຽນທັດສະນະ, ຮັດແໜ້ນສາຍພົວພັນຂອງທັງ 2 ບໍລິສັດ ໃຫ້ແໜ້ນແຟ້ນຂຶ້ນ.

ເພື່ອໃຫ້ຄະນະບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ເຂົ້າໃຈຕື່ມດ້ານໂຄງການການລົງທຶນໃນ ສປປ ລາວ ຄະນະກໍໄດ້ຮັບຊົມວີດີໂອ ກ່ຽວກັບການພັດທະນາໂຄງການ Laos Logistics Link ( LLL ) ທີ່ລວມມີ 4 ໂຄງການໃຫຍ່ ຄື: 1. ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ; 2. ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ; 3. ເສັ້ນທາງລົດໄຟ ລາວ – ຫວຽດນາມ ແລະ 4. ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ ເຊິ່ງໂຄງການພັດທະນາ ທ່າບົກທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກ Land Lock ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອະນຸພາກພື້ນ ແລະ ສາກົນ ໂດຍຈຸດທີ່ຕັ້ງຂອງໂຄງການຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງອາຊຽນ ໄປ ສປ ຈີນ ແລະ ສປ ຈີນ ໄປສູ່ເອີຣົບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟ ລາວ – ຈີນ.


ທ່ານ ສາຄອນ ພິລາງາມ ໄດ້ລາຍງານກ່ຽວກັບການພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ວ່າ: ໄດ້ເຊັນສັນຍາໃຫ້ສໍາປະທານຈາກລັດຖະບານລາວ ໃນວັນທີ 3 ກໍລະກົດ 2020 ແລະ ໄດ້ເລີ່ມການກໍ່ສ້າງໂຄງການໃນເດືອນທັນວາຂອງປີດຽວກັນ ລວມໄລຍະເວລາການກໍ່ສ້າງ 11 ເດືອນ. ມາຮອດວັນທີ 4 ທັນວາ 2021 ກໍໄດ້ເປີດນຳໃຊ້ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຢ່າງເປັນທາງການ.

ທ່າບົກທ່ານາແລ້ງ ເປັນ 1 ໃນ 5 ອົງປະກອບຂອງໂຄງການວຽງຈັນໂລຊິດສະຕິກ ພາກ, ມີສະຖານະເປັນສະຖານີຂົນສົ່ງລະຫວ່າງປະເທດຕັ້ງຢູ່ຊາຍແດນຫ່າງຈາກຂົວມິດຕະພາບ ລາວ – ໄທ ພຽງ 800 ແມັດ, ມີເນື້ອທີ່ 55 ເຮັກຕາ, ເນື້ອທີ່ສະຫງວນ 33 ເຮັກຕາ, ເຂດໂລຊິດສະຕິກ ພາກ ມີເນື້ອທີ່ 327 ເຮັກຕາ. ທັງນີ້, ເປົ້າໝາຍຫຼັກໃນການສ້າງຕັ້ງທ່າບົກນີ້ ແມ່ນເພື່ອຫຼຸດຕົ້ນທຶນໂລຊິດສະຕິກຂອງ ສປປ ລາວ. ນອກນັ້ນ, ຍັງເປັນຍຸດທະສາດໜຶ່ງຂອງໂຄງການພັດທະນາ Laos Logistics Link ເຊິ່ງເປັນຈຸດເຊື່ອມຕໍ່ຫຼັກຂອງບັນດາການຂົນສົ່ງຫຼາຍຮູບແບບ, ທາງລົດ, ທາງລາງ, ທາງເຮືອ ແລະ ເຊື່ອມໂຍງບັນດາຈຸດພັດທະນາຕ່າງໆໃນພາກພື້ນສູ່ສາກົນ.


ໂອກາດດັ່ງກ່າວ, ທ່ານ ຫງວຽນ ແອງ ຖັງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຈັນທອນ ສິດທິໄຊ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພິເສດແມ່ນມີ ຄວາມດີໃຈທີ່ໄດ້ມາເຫັນກັບຕາຕົວຈິງໃນບັນດາໂຄງການ ແລະ ວຽກງານຂອງທາງບໍລິສັດທີ່ປະຕິບັດຢູ່ໃນປັດຈຸບັນ. ຈາກບົດຮຽນ ແລະ ປະສົບການຂອງບໍລິສັດພວກທ່ານ ຫວັງຢ່າງຍິ່ງວ່າຈະພັດທະນາຢູ່ຫວຽດນາມ ກໍຄືທ່າເຮືອຫວຸ້ງອ່າງຂອງພວກຂ້າພະເຈົ້າ ເຊິ່ງທ່າເຮືອດັ່ງກ່າວຖືເປັນເສັ້ນທາງທີ່ສັ້ນທີ່ສຸດທີ່ຈະນຳສິນຄ້າຂອງປະເທດລາວ ອອກສູ່ພາກພື້ນ ແລະ ສາກົນ, ການມາຄັ້ງນີ້ ພວກຂ້າພະເຈົ້າກໍໄດ້ເຮັດວຽກກັບບັນດາລູກຄ້າຕ່າງໆ ເຊິ່ງເຫັນວ່າຄວາມຈຳເປັນ ແລະ ຄວາມຕ້ອງການໃນການຂົນສົ່ງສິນຄ້າຂອງບັນດາລູກຄ້າປັດຈຸບັນ ທີ່ຈະຜ່ານທ່າເຮືອຫວຸ້ງອ່າງນັ້ນແມ່ນນັບມື້ສູງຂຶ້ນ. ສະນັ້ນ, ໃນການປະຕິບັດແຜນພັດທະນາໂຄງການ Laos Logistics Link ຂອງ ສປປ ລາວ ເຮັດແນວໃດໃຫ້ສຳເລັດ ຍິ່ງໄວຍິ່ງເປັນການດີ ເພື່ອຕອບສະໜອງການຂົນສົ່ງ.

ໃນຕອນທ້າຍ, ຄະນະບໍລິສັດ ຮຸ້ນສ່ວນ ທ່າເຮືອສາກົນ ລາວ – ຫວຽດນາມ ໄດ້ຢ້ຽມຢາມເບິ່ງຫ້ອງການປະຕິບັດງານຂອງທ່າບົກທ່ານາແລ້ງ, ຫ້ອງການພາ ສີ, ລານຕູ້ສິນຄ້າ CY ແລະ ສາງຄ່ຽນຖ່າຍສິນຄ້າ, ປະຕູໂຂງ ແລະ ຈຸດເຊື່ອມຕໍ່ຈາກຂົວມິດຕະພາບ ລາວ – ໄທ ຫາ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.
[ ຂ່າວ: ສັນຕິ, ຮູບ: ສຸນັນໄຊ ]