ຫຼາຍໂຄງການລົງທຶນຢູ່ ລາວ ກຳລັງຈະເກີດຂຶ້ນລວມທັງໂຮງງານຫຼອມຄຳ ແລະ ທະນາຄານຝາກຄຳ

336

ສປປ ລາວ ກຳລັງພັດທະນາຂຶ້ນຢ່າງຕໍ່ເນື່ອງອີງໃສ່ທ່າແຮງຕົວຈີງຂອງປະເທດ ແຕ່ໃນນັ້ນເຮົາກໍຍັງຂາດຫຼາຍປັດໄຈທີ່ເປັນຄວາມຕ້ອງການຂອງປະຊາຊົນ ແຕ່ບໍ່ທັນມີບ່ອນຜະລິດ ແລະຮອງຮັບ ເປັນຕົ້ນໂຮງງານຫຼອມຄຳ, ທະນາຄານຝາກຄຳ, ການແປຮູບສິນຄ້າຈາກກະສິກຳຕົວຢ່າງຄືຖົ່ວເຫຼືອງເຮົາມີພື້ນທີ່ດິນປະຊາຊົນມີມູນເຊື້ອເຮັດການຜະລິດ ແລະຜົນໄດ້ຮັບດີແຕ່ບໍ່ທັນມີໂຮງງານເກັບຊື້ ແລະແປຮູບເປັນສິນຄ້າແລະອື່ນໆ.

ຫຼ້າສຸດນີ້, ລັດຖະບານແຫ່ງ ສປປ ລາວ ອະນຸຍາດໃຫ້ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ສຶກສາຂໍ້ມູນ ແລະ ຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ ໂດຍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ໃນວັນທີ 18 ເມສາ 2022 ທີ່ນະຄອນຫລວງ ວຽງຈັນ, ຕາງໜ້າລັດຖະບານລາວ ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍ ບໍລິສັດເຊັນໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ເພື່ອປະກອບສ່ວນໃນການຊຸກຍູ້ການລົງທຶນຢູ່ ເຂົ້າໃນຂະແໜງການຕ່າງໆຢູ່ ສປ ລາວ ແລະ ທັງປະກອບສ່ວນໃນການພັດທະນາປະເທດ ໂດຍຈະໄດ້ສຶກສາການກໍ່ສ້າງໂຮງງານຫລອມຄຳ ໃຫ້ໄດ້ມາດຕະຖານສາກົນ ຕາມຕະຫລາດລອນດອນ ແລະ ການບໍລິການ, ການກໍ່ສ້າງທະນາຄານຝາກຄຳ, ການສ້າງໂຮງງານ ແລະ ຜະລິດແຜງພະລັງງານໄຟຟ້າແສງຕາເວັນ, ການປູກຖົ່ວເຫລືອງ ແລະ ສ້າງໂຮງງານຜະລິດນໍ້າມັນຖົ່ວເຫລືອງ, ການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ ແລະ ການສ້າງໂຮງງານຜະລິດເຈ້ຍເສດ ເພື່ອນຳມາໃຊ້ຄືນ.

ບັນດາໂຄງການທີ່ຢູ່ໃນແຜນການຂອງບໍລິສັດວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳຈຳກັດແມ່ນຈະໃຊ້ເວລາໃນການສຶກສາຂໍ້ມູນພາຍໃນ 24 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຈາກ: ປະເທດລາວ Pathedlao
ຮູບພາບປະກອບຈາເນັດ